(vovworld) - ລັດຖະບານຍີ່ປຸ່ນປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານເສດຖະກິດກັບຫວຽດນາມ. ກ່າວຄຳເຫັນທີ່ການປະຊຸມຂ່າວເມື່ອຕອນບ່າຍວັນທີ 25/9, ຢູ່ຮ່າໂນ້ຍ, ຫົວໜ້າຫ້ອງການການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ (JCCI), ທ່ານ Tasashi Okamura ໃຫ້ຮູ້ວ່າ, ລັດຖະບານຍີ່ປຸ່ນ ຈະສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ສົ່ງເສີມບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ລົງທຶນເຂົ້າຫວຽດນາມ. ແຕ່ທ່ານ Tasashi Okamura ກໍໃຫ້ຮູ້ວ່າ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຍີ່ປຸ່ນ ຍັງບໍ່ທັນມີປະສົບການຫຼາຍໃນການລົງທຶນອອກຕ່າງປະເທດ ເພາະສະນັ້ນຈຳເປັນຕ້ອງມີການໜູນຊ່ວຍຈາກຝ່າຍຫວຽດນາມ, ພິເສດແມ່ນການສະໜອງຂໍ້ມູນຂ່າວສານທີ່ຈຳເປັນ. ຕ່າມທ່ານ Tasashi Okamura ແລ້ວ, ບົດບັນຖຶກຊ່ວຍຈຳທີ່ຫາກໍໄດ້ຮັບການລົງນາມເມື່ອວັນທີ 25/9/2012 ລະຫວ່າງກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ກັບ JCCI ແມ່ນພື້ນຖານ ແລະ ເປັນຂົວເຊື່ອມຕໍ່ໃຫ້ແກ່ການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ. ຝ່າຍຍີ່ປຸ່ນ ກໍຫວັງວ່າ ຝ່າຍຫວຽດນາມ ຈະສືບຕໍ່ປະຕິຮູບນະໂຍບາຍ, ສະພາບແວດລ້ອມແຫ່ງການລົງທຶນ ເພື່ອສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຍີ່ປຸ່ນ ເຂົ້າມາລົງທຶນດຳເນີນທຸລະກິດຢ່າງຍາວນານຢູ່ຫວຽດນາມ.