ຍີ່ປຸ່ນ, ອີຕາລີ ເຫັນດີຈະຊຸກຍູ້ການເຈລະຈາ FTA ລະຫວ່າງຍີ່ປຸ່ນ ແລະ EU

ຍີ່ປຸ່ນ, ອີຕາລີ ເຫັນດີຈະຊຸກຍູ້ການເຈລະຈາ FTA ລະຫວ່າງຍີ່ປຸ່ນ ແລະ EU - ảnh 1
ພາບປະກອບ

( vovworld ) ​​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihico Noda ​ແລະ ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Mario Monti ຫາ​ກໍ​ເຫັນ​ດີ​ເປັນ​ເອກະສັນ​ນຳ​ກັນ ​ໃນ​ການ​ຊຸກຍູ້​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຍີ່ປຸ່ນ ​ແລະ ສະຫະພາບ​ເອີ​ລົບ (EU). ກ່າວ​ຄຳ​ເຫັນ​ຫຼັງ​ການ​ພົບ​ປະ​ເຈລະຈາ​ສອງ​ຝ່າຍ​ທີ່​ນະຄອນຫຼວງ​ໂຕ​ກຽວ, ທ່ານ​ນາຍົກລັດຖະມົນຕີທັງ 2 ຖື​ວ່າ ທັງ​ຍີ່ປຸ່ນ ​ແລະ ອີ​ຕາ​ລີ ພວມ​ພ້ອມ​ກັນ​ປະ​ເຊີນ​ໜ້າ​ກັບ​ບັນດາ​ການ​ທ້າທາຍດ້ານ​ເສດຖະກິດ​ທົ່ວ​ໄປ​ຄື: ການ​ສ້າງ​ໂຄງ​ປະກອບ​ນະ​ໂຍບາຍ​ປີ​ການ​ເງິນ ​ແລະ ຮັກສາ​ການຈະ​ເລີ​ນ​ເຕີມ​ໂຕ​ດ້ານ​ເສດຖະກິດ, ທ່ານ​ນາຍົກລັດຖະມົນຕີ ອີ​ຕາ​ລີ Mario Monti ຖື​ວ່າ: ຍີ່ປຸ່ນ ​ແລະ EU ຕ້ອງ​ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ກ່ວາ​ອີກ, ​ເນັ້ນໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຍົກ​ເລິກບັນດາ​ຮົ້ວປອດ​ພາສີ​ ​ໂດຍ​ຜ່ານ​ການ​ເຊັນ​ສັນຍາ​ຄູ່​ຮ່ວມ​ມື​ເສດຖະກິດ​ສອງ​ຝ່າຍ (EPA). ຍີ່ປຸ່ນ ​ແລະ EU ​ໄດ້​ເຫັນ​ດີຈະ​ເລີ່​ມບັນດາ​ຮອບ​ເຈລະຈາ​ໃນ​ເບື້ອງ​ຕົ້ນກ່ຽວ​ກັບ ​EPA ໃນ​ເດືອນ 5 ທີ່​ຈະ​ມາ​ເຖິງ.

 

 

 

ຂ່າວ/ບົດ​ອື່ນ