ຍີ່ປຸ່ນ, ອາເມລິກາ ແລະ 5 ປະເທດອາຊີຕາເວັນອອກສ່ຽງໃຕ້ໃຫ້ຄຳໝັ້ນສັນຍາ ຊຸກຍູ້ການພັດທະນາພາກພື້ນແມ່ນ້ຳຂອງ
(ພາບປະກອບ: AP)
(vovworld) – ວັນທີ 4/2 ລັດຖະບານຍີ່ປຸ່ນໄດ້ແຈ້ງຂ່າວວ່າ: ປະເທດນີ້ ແລະ ອາເມລິກາ ພ້ອມກັບບັນດານັກອຸປະຖຳອື່ນໆໄດ້ເຫັນດີເປັນເອກະສັນກັນກັບ 5 ປະເທດອາຊີຕາເວັນອອກສ່ຽງໃຕ້ລຽບຕາມແມ່ນ້ຳຂອງ ເຊິ່ງລວມມີ: ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ, ຊຸກຍູ້ການພັດທະນາຢ່າງໝັ້ນຄົງຢູ່ພາກພື້ນນີ້. ນີ້ແມ່ນໜຶ່ງໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ສ້າງຕັ້ງປະຊາຄົມເສດຖະກິດອາຊຽນ ໃຫ້ເຊື່ອມໂຍງກ່ວາໃນປີ 2015. ຂໍ້ຕົກລົງດັ່ງກ່າວບັນລຸໄດ້ທີ່ກອງປະຊຸມດຳເນີນໄປຢູ່ລາວ, ໃນລະຫວ່າງວັນທີ 1-2/2 ຂອງ “ກຸ່ມຍ່ານລຸ່ມແມ່ນ້ຳຂອງ ແລະ ບັນດາເພື່ອນມິດ” (FLM). ຜູ້ຕາງໜ້າບັນດາປະເທດໄດ້ເຫັນດີສະໜັບສະໜູນການພັດທະນາຢ່າງໝັ້ນຄົງຢູ່ພາກພື້ນແມ່ນ້ຳຂອງໃນບັນດາຂົງເຂດຄຸ້ມຄອງດ້ານກະສິກຳ ແລະ ແຫຼ່ງນ້ຳ, ການ ນຳໃຊ້ພະລັງງານ ແລະ ບັນດາມາດຖານກ່ຽວກັບສິ່ງແວດລ້ອມຢ່າງມີປະສິດທິຜົນ.