ຍີ່ປຸ່ນ ແລະ ລາວ ຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ

ຍີ່ປຸ່ນ ແລະ ລາວ ຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ - ảnh 1
ທ່ານ​ນາຍົກ​ລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​ແລະ
 ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ
(ພາບ: TTXVN)


(vovworld) – ວັນ​ທີ 06/03, ທ່ານ​ນາຍົກ​ລັດຖະມົນຕີ​ຍີ່ປຸ່ນ Shinzo Abe ​ແລະ ທ່ານ​ນາຍົກລັດຖະມົນຕີລາວ ທອງ​ສິງ ທຳ​ມະ​ວົງ ທີ່​ພວມ​ຢ້ຽມຢາມ​ໂຕ​ກຽວ, ​ໄດ້​ເຫັນ​ດີ​ຍົກ​ການ​ພົວພັນ 2 ຝ່າຍ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ. ຕາມ​ຖະ​ແຫຼ​ງການ​ຮ່ວມພາຍຫຼັງ​ການ​ພົບ​ປະຂັ້ນ​ສຸດ​ຍອດ, ການ​ນຳ 2 ທ່ານ ​ໄດ້​ເຫັນ​ດີ​ຈັດ​ຕັ້ງ​ການ​ເຈລະຈາດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ 2 ຝ່າຍ ຄັ້ງ​ທີ 2, ກໍ່​ຄື​ຊຸກຍູ້​ດ້ານ​ການ​ຄ້າ ​ແລະ ການ​ລົງທຶນ​ລະຫວ່າງ 2 ປະ​ເທດ. ນອກຈາກ​ນັ້ນ, ​ໂຕ​ກຽວ ​ແລະ ນະຄອນຫຼວງ​ວຽງ​ຈັນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮ່ວມ​ມື​ຕ້ານ​ລັດທິກໍ່​ການ​ຮ້າຍ, ຊຸກຍູ້​ການ​ປອດ​ນິວ​ເຄຼຍ​ໃນ​​ແຫຼມ​ເກົາຫຼີ ​ແລະ ປັບປຸງ​ສະພາ​ປ້ອງ​ກັນ​ຄວາ​ມສະຫງົບ​ສະ​ຫະປະຊາ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ການປະຊຸມ​ຂ່າວ​ຮ່ວມ ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາຍົກລັດຖະມົນຕີ Shinzo Abe  ຢືນຢັນ​ວ່າ​  ຍີ່ປຸ່ນ ຈະສືບ​ຕໍ່ໜູນ​ຊ່ວຍ​ລາວ ​ແລະ ບັນດາ​ປະ​ເທດ​ອື່ນ​ໃນ​ອາ​ຊຽນ ​ໃຫ້ພັດທະນາ​ກວ່າອີກ ພາຍຫຼັງ​ທີ່ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ທ້າຍ​ປີ 2015. ທ່ານ​ນາຍົກລັດຖະມົນຕີ Shinzo Abe ສະ​ເໜີ​ສືບ​ຕໍ່​ໜູນ​ຊ່ວຍ​ລາວ ພັດທະນາ​ພື້ນຖານ​ໂຄງ​ລ່າງ, ​ໃນ​ນັ້ນ​ມີ​ການ​ກໍ່ສ້າງ​ບັນດາ​ເຂື່ອນ​ໄຟຟ້ານ້ຳຕົກ, ສະໜາມ​ບິນ…

ຂ່າວ/ບົດ​ອື່ນ