(vovworld) - ຕອນເຊົ້າວັນທີ 8/9, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Noda ແລະ ທ່ານນາຍົກລັດຖະມົນຕີ ສິງຄະໂປ ຫຼີຊຽນຫຼົງ ໄດ້ມີການພົບປະຢູ່ນອກກອງປະຊຸມສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຝິກ. ທີ່ການພົບປະ, ນາຍົກລັດຖະມົນຕີທັງສອງທ່ານໄດ້ຖືວ່າ ບັນຫາພິພາດອະທິປະໄຕຢູ່ເຂດທະເລຕາເວັນອອກ ລະຫວ່າງຈີນ ແລະ ບັນດາປະເທດອາຊີຕາເວັນອອກສຽງໃຕ້ ພວມໄດ້ຮັບຄວາມສົມໃຈຈາກປະຊາຄົມໂລກ. ນາຍົກລັດຖະມົນຕີ ສອງທ່ານມີຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການແກ້ໄຂບັນຫາດັ່ງກ່າວປົນພື້ນຖານປະຕິບັດຕາມກົດໝາຍສາກົນ, ກອນອື່ນໝົດແມ່ນກົດໝາຍວ່າດ້ານທະເລຂອງສະຫະປະຊາຊາດ. ກ່ຽວຂ້ອງເຖິາສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານພາກພື້ນ (RCER) ເພື່ອແນໃສ່ສ້າງເຂດການຄ້າເສລີລະຫວ່າງ 16 ປະເທດເຊິ່ງລວມມີ ອາຊຽນ, ຍີ່ປຸ່ນ, ຈີນ, ອິນເດຍ… ທ່ານນາຍົກລັດຖະມົນຕີຍີ່ປຸ່ນ ແລະ ທ່ານນາຍົກລັດຖະມົນຕີສິງຄະໂປ ໄດ້ໃຫ້ຄຳໝັ້ນສັນຍາຈະມານະພະຍາຍາມເພື່ອແນໃສ່ເລີມຕົ້ນການເຈລະຈາກ່ຽວກັບສັນຍານີ້ໃນເດືອນ 11 ຈະມາເຖິງ.