(vovworld) - ຍີ່ປຸ່ນແລະຈີນຈະເຊື່ອມຕໍ່ຮອບເຈລະຈາດ້ານເສດຖະກິດຂັ້ນນັກວິຊາການຢູ່ປັກກິງ ໃນວັນທີ 27/07 ຈະມາເຖິງໂດຍໄວ, ພາຍຫຼັງຖືກໂຈະໄວ້ມາເປັນເວລາ 4 ປີ. ເຫດການນີ້ໄດ້ຮັບຄວາມຫວັງວ່າຈະເປີດເສັ້ນທາງໃຫ້ທຸກການເຈລະຈາທີ່ຄ້າຍຄືກັນຂັ້ນລັດຖະມົນຕີລະຫວ່າງ 2 ປະເທດ.
ໃນການເຈລະຈາທີ່ຈະມາເຖິງ, ຄະນະເຈລະຈາ 2 ຝ່າຍຈະປຶກສາຫາລືກ່ຽວກັບບັນດາບັນຫາເສດຖະກິດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ແລະ ບັນດາວິທີການຮ່ວມມືຫຼາຍຝ່າຍ ຜ່ານອົງການຈັດຕັ້ງສາກົນຕ່າງໆຄື: ອົງການການຄ້າໂລກ. ຮອບເຈລະຈາຄັ້ງນີ້ແມ່ນນອນໃນຂອບເຂດການເຈລະຈາເສດຖະກິດຂັ້ນສູງລະຫວ່າງຍີ່ປຸ່ນ ແລະ ຈີນ, ເຊິ່ງໄດ້ເລີ່ມເຄື່ອນໄຫວເມື່ອປີ 2007.