ຍີ່ປຸ່ນໃຫ້ຄຳໝັ້ນສັນຍາໜູນຊ່ວຍຢູແກຼນຮັກສາສະພາບການເປັນປົກກະຕິ

ຍີ່ປຸ່ນໃຫ້ຄຳໝັ້ນສັນຍາໜູນຊ່ວຍຢູແກຼນຮັກສາສະພາບການເປັນປົກກະຕິ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ແລະ ທ່ານ​ນາ​ຍົກ​ລັດ​ຖະ​
ມົນ​ຕີ ຢູ​ແກຼນ Arseniy Yatsenyuk
(ພ​າບ: AFP/TTXVN)

(vovworld) – ໃນ​ການ​ເຈ​ລ​ະ​ຈາ​ເມື່ອ​ວັນ​ທີ 6/6, ຢູ່​ນະ​ຄອນຫຼວງ ກີ​ແອບ ຂອງ ຢູ​ແກຼນ ກັບ​ທ່ານ​ປະ​ທ​າ​ນາ​ທິ​ບໍ​ດີ​ປະ​ເທດ​ເຈົ້າ​ພາບ Petro Poroshenko, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ເຖິງ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼ​ນ ຕາ​ເວັນ​ອອກ ປະ​ຕິ​ບັດ​ຄຳ​ສັ່ງ​ຢຸດ​ຍິງ. ການ​ນຳ ໂຕ​ກຽວ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜູນ​ຊ່ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ຮູບ ແລະ ກໍ່ສ້າງ​ ກີ​ແອບ ຄືນ​ໃໝ່. ກ່າວ​ຄຳ​ເຫັນ​ໃນ​ການ​ປະ​ຊຸມ​ຂ່າວ​ດ່ວນ​ພາຍຫຼັງ​ການ​ເຈ​ລະ​ຈາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ຢັ້ງ​ຢືນ​ວ່າ: ຍີ່​ປຸ່ນ ຈະ​ໜູນ​ຊ່ວຍ ຢູ​ແກຼນ ໃນ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ​ໃນ​​ການ​ຕ້ານ​​ສໍ້​ລາດ​ບັງຫຼວງ ແລະ ​ປະ​ຕິ​ບັດ​ການປະ​ຕິ​ຮູບ​​ດ້ານບໍ​ລິ​ຫານ. ໂຕ​ກຽ​ວ ໃຫ້​ຄຳ​ໝັ້ນ​ສັ​ນ​ຍາ​ສະ​ໜອງ​ໃຫ້ ກີ​ແອບ ບ້ວງ​ເງິນ​ໜູນ​ຊ່ວຍ​ທີ່​ມີ​ມູນ​ຄ່າ 1,84 ຕື້ USD. ກ່ຽວ​ຂ້ອງ​ເຖິງວິ​ກິດ​ການ​ຢູ່​ ຢູ​ແກຼນ ​ຕາ​ເວັນ​ອອກ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Abe ຊີ້​ແຈ້ງວ່າ: ຍີ່​ປຸ່ນ ຍົກ​ສູງ​ກົດ​ໝາຍ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິ​ນ​ອັນ​ຄົບ​ຖ້ວນ​​ຂອງ​ປະ​ເທດ ເອີ​ລົບ​ຕາ​ເວັນ​ອອກນີ້.


ຂ່າວ/ບົດ​ອື່ນ