ຍາມໃດພັກ ແລະ ລັດຫວຽດນາມ ກໍ່ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນບັນດາເຜົ່າ

ຍາມໃດພັກ ແລະ ລັດຫວຽດນາມ ກໍ່ເອົາໃຈໃສ່ເບິ່ງແຍງດູແລປະຊາຊົນບັນດາເຜົ່າ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ ຕ້ອນຮັບ
ຄະນະ​ຜູ້​ແທນ​ທີ່​ມີ​ອິດ​ທິພົນ​ຊື່ສຽງ​ໃນໝູ່​ປະຊາ​ຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ​ເຫ​ງະ​ອານ
(ພາບ: nghean24h.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 15/05, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຕ່ອງ​ທິຟ໋ອງ ​ໄດ້​ມີ​ການ​ພົບປະ​ສັງ​ສັນ​ກັບຄະນະ​ຜູ້​ແທນ​ທີ່​ມີ​ອິດ​ທິພົນ​ຊື່ສຽງ​ໃນໝູ່​ປະຊາ​ຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ​ເຫ​ງະ​ອານ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າ​​ສຸ​ສານ​​ໄຫ​ວ້ອາ​ໄລປະທານ​ໂຮ່ຈິ​ມິນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ຖື​ວ່າ ການ​ຢ້ຽມຢາມ​ນະຄອນຫຼວງຄັ້ງ​ນີ້ຂອງ​ຄະນະ​ ແມ່ນ​ມີ​ຄວາມ​ໝາຍທີ່​ສຸດ, ກົງ​ກັບ​ໂອກາດ​ບັນດາ​ອົງການ​ພັກ, ລັດ, ລັດຖະບານ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ ພວມ​ມີ​ການ​ເຄື່ອນ​ໄຫວ​ແທ້ຈິງ​ຫຼາຍ​ຢ່າງ​ເພື່ອ​ສະ​ເຫຼີມສະຫຼອງ 123 ປີແຫ່ງ​ວັນ​ຄ້າຍວັນ​ເກີດຂອງ​ທ່ານ​ປະທານ​ໂຮ່ຈິ​ມິນ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋​ອງ ຢືນຢັນ​ວ່າ ຍາມ​ໃດພັກ ​​ແລະ ລັດ​ ກໍ່​ເອົາ​​ໃຈ​​ໃສ່ສ້າງ​ເງື່ອນ​ໄຂເບິ່ງ​ແຍງດູ​ແລ​​ປະຊາຊົນ​ບັນ​ດາ​ເຜົ່າ. ທ່ານ​ນາງ​ ຕ່ອງ​ທິຟ໋ອງ ຫວັງ​ວ່າບັນດາຜູ້​ທີ່​ມີ​ອິດ​ທິພົນ​ຊື່ສຽງ​​ແຂວງ​ເຫ​ງະ​ອານ ຈະສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ເປັນ​ແບບຢ່າງ, ຂົນຂວາຍ​ປະຊາຊົນ​ບັນ​ດາ​ເຜົ່າ​ພາຍ​ໃນ​ແຂວງ​ສາມັກຄີ​ກັນ, ມານະພະ​ຍາ​ຍາມ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ​ເຂົ້າຮ່ວມການ​ພັດທະນາ​ເສດຖະກິດສັງຄົ​ມ, ຮັບປະກັນ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢ່າງ​ຕັ້ງໜ້າ.


ຂ່າວ/ບົດ​ອື່ນ