(vovworld) – ວັນທີ 25/03, ທີ່ການຕ້ອນຮັບຄະນະອະດີດນັກຮົບໃນປາງສົງຄາມຢູ່ຕ່າງປະເທດ (VFW) ຂອງອາເມລິກາ ມາຢ້ຽມຢຽມຫວຽດນາມ ໃນລະຫວ່າງວັນທີ 24 – 28/03, ທ່ານປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ຫວູຊວນຮົ່ງ ໄດ້ສົມເຊີຍຄະນະຜູ້ແທນມາຢ້ຽມຢາມຫວຽດນາມ, ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ພ້ອມແລ້ວທີ່ຈະຕ້ອນຮັບບັນດາອະດີດນັກຮົບອາເມລິກາ ມາຢ້ຽມຢາມ. ທ່ານປະທານ ຫວູຊວນຮົ່ງ ສະແດງຄວາມປາດຖະໜາວ່າ ບັນດາສະມາຊິກຂອງ VFW ເອົາໃຈໃສ່ກວ່າອີກເຖິງການແລກປ່ຽນການຮ່ວມມືດ້ານເສດຖະກິດລະຫວ່າງບັນດາອົງການ, ສ່ວນບຸກຄົນອະດີດນັກຮົບ 2 ປະເທດ, ຜ່ານການແລກປ່ຽນຄະນະຜູ້ແທນ 2 ຝ່າຍ, ຄວາມຕ້ອງການມະນຸດສະທຳ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ຄື: ບັນຫາລະເບີດ, ວັດຖຸລະເບີດ, ທາດພິດສີສົ້ມດີໂອຊິນ, ຜ່ານນັ້ນປະກອບສ່ວນຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນ ແລະ ອະດີດນັກຮົບ 2 ປະເທດຫວຽດນາມ - ອາເມລິກາ ກວ່າອີກ, ເພື່ອແນໃສ່ກະທົບເຖິງວົງການການເມືອງ ແລະ ຫາງສຽງອາເມລິກາ ໃນການສະໜັບສະໜູນຫວຽດນາມ ເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຂ້າມປາຊີຟິກ (TPP) ແລະ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງການພົວພັນເປັນປົກກະຕິລະຫວ່າງຫວຽດນາມ - ອາເມລິກາ .
ທີ່ການຕ້ອນຮັບ, ທ່ານ Hohn Buedrzycki, ຮອງຜູ້ບັນຊາການໃຫຍ່ຜູ້ທີ່ໜຶ່ງຂອງ VFW, ສະແດງຄວາມຕື້ນຕັນໃຈ ເມື່ອໄດ້ມາຢ້ຽມຢາມຫວຽດນາມ ເປັນຄັ້ງທຳອິດວ່າ.
“ຂ້າພະເຈົ້າໄດ້ເຫັນປະຈັກຕາການພັດທະນາຢ່າງຂະຫຍັນຂັນເຄື່ອນຂອງນະຄອນນີ້, ຮູ້ສືກໄດ້ນ້ຳໃຈຂອງປະຊາຊົນຫວຽດນາມ, ກໍ່ຄືບັນດາຜົນງານດ້ານເສດຖະກິດ, ສັງຄົມຂອງຫວຽດນາມ ໃນປະຈຸບັນ. ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເມື່ອເຫັນວ່າ ຫວຽດນາມ ໄດ້ກາຍເປັນຄູ່ຮ່ວມມືດ້ານການຄ້າທີ່ສຳຄັນຂອງພວກຂ້າພະເຈົ້າ”.