ຍູ້ແຮງການປະຕິຮູບລະບອບລັດຖະການ, ລັດຖະກອນ
(ທ່ານ ເຈິ່ນແອງຕ໋ວນ ຮອງລັດຖະມົນຕີກະຊວງພາຍໃນ)
(vovworld)- ຕອນເຊົ້າວັນທີ 29/9, ຢູ່ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການຍູ້ແຮງການປະຕິຮູບລະບອບລັດຖະການ, ລັດຖະກອນ ໄດ້ຈັດຕັ້ງພິທີເປີດນຳໃຊ້ໜ້າເວັບ ຂໍ້ມູນຂ່າວສານເອເລັກໂຕນິກ ກ່ຽວກັບ ຍູ້ແຮງການປະຕິຮູບລະບອບລັດຖະການ,ລັດຖະກອນ ດ້ວຍຊື່ໜ້າເວັບແມ່ນ : http://caicachcongvu.gov.vn. ກ່າວຄຳເຫັນນະທີ່ນີ້, ທ່ານ ເຈິ່ນແອງຕ໋ວນ ຮອງລັດຖະມົນຕີກະຊວງພາຍໃນ, ຮອງຫົວໜ້າຄະນະຊີ້ນຳສູນກາງ ກ່ຽວກັບການຍູ້ແຮງ ການປະຕິຮູບລະບອບລັດຖະການ,ລັດຖະກອນ ໃຫ້ຮູ້ວ່າ :
“ນີ້ແມ່ນເວທີປາໄສສຳຄັນ, ຜ່ານນັ້ນ ແນໃສ່ເພີ່ມທະວີການໂຄສະນາເຜີຍແຜ່, ເປັນເອກະພາບຕໍ່ຄວາມຮັບຮູ້ກ່ຽວກັບການປະຕິຮູບ, ແນະນຳວີທີການ, ແລກປ່ຽນຂໍ້ມູນຂ່າວສານ ແລະ ເຜີຍແຜ່ບົດຮຽນໃນການປະຕິບັດ ບັນດາເນື້ອໃນການປະຕິຮູບຂອງແຕ່ລະກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ອົງການ, ຫົວໜ່ວຍ. ບັນດາສຳນັກງານ, ອົງການ, ຫົວໜ່ວຍ ແລະ ປະຊາຊົນຈະກຳໄດ້ບັນດາໝາກຜົນທີ່ບັນລຸໄດ້ກ່ຽວກັບການ ປະຕິຮູບລັດຖະການ,ລັດຖະກອນ. ”
ທ່ານຮອງລັດຖະມົນຕີ ເຈິ່ນແອງຕ໋ວນ ສະເໜີໃຫ້ຄະນະຊີ້ນຳການປະຕິຮູບລັດຖະການ,ລັດຖະກອນຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ແລກປ່ຽນ, ສະໜອງຂໍ້ມູນຂ່າວສານ ກ່ຽວກັບການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການປະຕິຮູບລັດຖະການ,ລັດຖະກອນຢູ່ໜ້າເວັບຂໍ້ມູນຂ່າວສານເອເລັກໂຕນິກນີ້ເປັນປະຈຳ.