ຍູ້ແຮງການຫັນເປັນວຽກງານສັງຄົມ, ລະດົມບັນດາ ແຫຼ່ງກຳລັງໃຫ້ວຽກງານເບິ່ງແຍງສຸຂະພາບໃຫ້ປະຊາຊົນ

ຍູ້ແຮງການຫັນເປັນວຽກງານສັງຄົມ, ລະດົມບັນດາ ແຫຼ່ງກຳລັງໃຫ້ວຽກງານເບິ່ງແຍງສຸຂະພາບໃຫ້ປະຊາຊົນ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 07/11, ຢູ່​ຮ່າ​​ໂນ້ຍ, ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້​ຈັດການ​ໂອ້​ລົມ​ສົນທະນາຂັ້ນ​ນັກ​ຊ່ຽວຊານກ່ຽວ​ກັບ​ຫົວ​ຂໍ້ “ສະພາບ​ຕົວ​ຈິງຂອງ​ການ​ຫັນວຽກ​ງານ​ສາທາລະນະ​ສຸກ​ເປັນວຽກ​ງານ​ສັງຄົມຢູ່​ຫວຽດນາມ ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ມາດ​ຕະການ​ແກ້​ໄຂ​ນະ​ໂຍບາຍ​ໄລຍະ 2015 - 2020”.

        ທີ່​ການ​​ໂອ້ລົມ​ສົນທະນາ, ບັນດາ​ນັກ​ຊ່ຽວສານ, ວິທະຍາສາດ, ນັກ​ຄຸ້ມ​ຄອງ ​ໄດ້​ຢືນຢັນ​ວ່າ ການຫັນ​ເປັນວຽກ​ງານ​ຂອງ​ສັງຄົມ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ, ລະ​ກົມ​ໄດ້​ແຫຼ່ງກຳລັງ​ຂອງ​ທົ່ວ​ສັງຄົມ​ໃນ​ພາລະກິດ​ເບິ່ງ​ແບ​ງສຸຂະພາບ​ໃຫ້​ປະຊາຊົນ. ບັນດາ​ຜູ້​ແທນ​ໄດ້​ປຶກສາ​ຫາລື​ເປັນ​ເອກະ​ພາບ​ວິທີ​ສຳ​ພັດກ່ຽວ​ກັບການ​ຫັນ​ວຽກ​ງານ​ສາທາລະນະ​ສຸກ​ເປັນວຽກ​ງານ​ສັງຄົມ; ຍົກ​ອອກ​ບັນດາ​ບັນຫາ​ທີ່​ໄດ້​ວາງ​ອອກ​ໃນ​ວິວັດ​ການ​ປະຕິບັດ​ແຜນ​ນະ​ໂຍບາຍ​ຫັນ​ເປັນວຽກ​ງານ​ສັງຄົມ​ຂອງ​ພັກ ​ແລະ ຕີ​ລາຄາ​ສະພາບ​ປະຕິບັດ​ການຫັນ​ວຽກ​ງານ​ສາທາລະນະ​ສຸກ​ເປັນວຽກ​ງານ​ສັງຄົມຄື​ປະຈຸ​ບັນ. ບົນ​ພື້ນຖານ​ນັ້ນ, ບັນດາ​ຜູ້​ແທນ​ສະ​ເໜີ​ບາງ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ຍູ້​ແຮງ​ການ​ຫັນ​ເປັນວຽກ​ງານ​ສັງຄົມ ​ເພື່ອ​ສ້າງ​​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊຄົນ​ທຸກ​ຄົນ, ​ໂດຍ​ສະ​ເພາະ​ແມ່ນ​ເປົ້າ​ໝາຍ​ນະ​ໂຍບາຍ, ຄົນ​ທຸກ​ຍາກ​ໄດ້​ຊົມ​ໃຊ້​ບັນດາ​ການ​ບໍລິການ​ຂອງ​ສັງຄົມ.

ຂ່າວ/ບົດ​ອື່ນ