ຍູ້ແຮງການຮ່ວມມືໃນສະພາບການປ່ຽນແປງລະຫວ່າງສື່ມວນຊົນ ແລະ ວິສາຫະກິດ

(VOVWORLD) -ສື່ມວນຊົນພວມຮ່ວມເດີນທາງກັບປະຊາຄົມວິສາຫະກິດໃນໄລຍະເລີ່ມຟື້ນຟູພື້ນຖານເສດຖະກິດຄືນໃໝ່ເພື່ອຜ່ານຜ່າໂລກລະບາດໂຄວິດ-19.
ຍູ້ແຮງການຮ່ວມມືໃນສະພາບການປ່ຽນແປງລະຫວ່າງສື່ມວນຊົນ ແລະ ວິສາຫະກິດ - ảnh 1(ຜູ້ແທນເຂົ້າຮ່ວມເວທີປາໄສ)

ນີ້ແມ່ນຄຳຢືນຢັນຂອງບັນດາຜູ້ແທນເມື່ອເຂົ້າຮ່ວມເວທີປາໄສ “ການຮ່ວມມືລະຫວ່າງວິສາຫະກິດ ແລະ ສື່ມວນຊົນໃນສະພາບການປ່ຽນແປງ” ເຊິ່ງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ໃນວັນທີ 08 ກໍລະກົດ. ທີ່ເວທີປາໄສ, ທ່ານ ຟານຊວນຖຸຍ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ຊີ້ແຈ້ງວ່າ, ສື່ມວນຊົນທັງແມ່ນຊ່ອງສະໜອງຂໍ້ມູນກ່ຽວກັບກົນໄກນະໂຍບາຍຂອງພັກ, ລັດ ແລະ ກໍ່ແມ່ນຂົວເຊື່ອມຕໍ່ທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງເພື່ອໃຫ້ວິສາຫະກິດປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນ:

        “ສ່ືມວນຊົນແມ່ນຂົວເຊື່ອມຕໍ່ສຳຄັນລະຫວ່າງວິສາຫະກິດກັບພັກ, ລັດ ແລະ ກັບຜູ້ອອກແຮງງານ, ຜູ້ບໍລິໂພກ; ນັ້ນກໍ່ແມ່ນບ່ອນເຕົ້າໂຮມບັນດາຄວາມມຸ່ງມາດປາດຖະໜາຂອງປະຊາຄົມວິສາຫະກິດເພື່ອສະເໜີຕໍ່ບັນດາອົງການແຫ່ງລັດ. ຜ່ານສື່ມວນຊົນ ບັນດາຄຳເຫັນຂອງວິສາຫະກິດໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການສ້າງການປ່ຽນແປງປ່ຽນໃໝ່ນະໂຍບາຍສຳລັບວິສາຫະກິດ, ນັກທຸລະກິດຂອງບັນດາອົງການແຫ່ງລັດ”.

ຕອບກັບ

ຂ່າວ/ບົດ​ອື່ນ