ຍູ້ແຮງການໂຄສະນາຜະລິດຕະພັນກະເສດ,ສິນໃນນ້ຳຫວຽດນາມເທື່ອລະກ້າວ

ຍູ້ແຮງການໂຄສະນາຜະລິດຕະພັນກະເສດ,ສິນໃນນ້ຳຫວຽດນາມເທື່ອລະກ້າວ - ảnh 1
ພາບປະກອບ

(vovworld) – ຕອນ​ເຊົ້າ​ວັນ​ທີ 10/12, ກ່າວ​ຄຳ​ເຫັນ​ທີ​ການ​ກວດກາ​ການ​ປະຕິບັດ​ບັ້ນ​ຂົນຂວາຍ “ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ” ຢູ່​ສຳນັກງານ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ກຳນົດ​ທິດ​ຢ່າງ​ຖືກຕ້ອງ​ຂອງ​ກະຊວງກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໃນ​ການ​ປະຕິບັດ​ບັ້ນ​ຂົນຂວາຍ​ໃນ​ໄລຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ເພີ່ມ​ທະວີການ​ຊີ້​ນຳ​ຜັນ​ຂະຫຍາຍ​ການນຳ​ໃຊ້​ຄວາມ​ກ້າວ​ໜ້າ​ດ້ານວິທະຍາສາດ​ເຕັກນິກ​, ວິທະຍາ​ສາດເຕັກ​ໂນ​ໂລ​ຢີ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ເນັ້ນໜັກ​ວ່າ:

    “ພວກ​ເຮົາ​ຕ້ອງ​ມີ​ມາດຖານ​, ຕີ​ລາຄາ​ຄວາມ​ກ້າວ​ໜ້າ​ດ້ານຄຸນ​ນະພາ​ບຂອງ​ສິນຄ້າ ຫວຽດນາມ ​ໃນ​ການ​ປະຕິບັດ​ຂະ​ບວນການ ຊາວ ຫວຽດນາມ ບຸລິມະສິດ​ນຳ​ໃຊ້ສິນຄ້າ ຫວຽດນາມ. ພວກ​ເຮົາ​ຕ້ອງ​ຍົກ​ອອກ​ດັດຊະນີ​ສິນຄ້າ ຫວຽດນາມ ​ໄດ້​ຮັບ​ການ​ຊົ​ມ​ໃຊ້ກວມ​ອັດຕາ​ເທົ່າ​ໃດ​ໃນ​ທ້ອງ​ຕະຫຼາດ. ​ໄລຍະ​ຈະ​ມາ​ເຖິງ, ຄະນະ​ຊີ້​ນຳຂະ​ບວນການ “ຊາວ​ຫວຽດນາມ ບຸລິມະສິດ​ນຳ​ໃຊ້​ສິນຄ້າ ຫວຽດນາມ” ຈະມ​ອບຄ່າ​ໃຊ້​ຈ່າຍ​ໃຫ້​ກະຊວງຕ່າງໆ ​ເພື່ອ​ສ້າງ​ດັດຊະນີຕີ​ລາຄາ​​ເປັນ​ທາງ​ການ.”

 

 

ຂ່າວ/ບົດ​ອື່ນ