ດັດຊະນີຄວາມເຊື່ອໝັ້ນດຳເນີນທຸລະກິດເພີ່ມຂຶ້ນສູງ

ດັດຊະນີຄວາມເຊື່ອໝັ້ນດຳເນີນທຸລະກິດເພີ່ມຂຶ້ນສູງ - ảnh 1
ພາບປະກອບ

(vovworld) – ດັດ​ຊະນີຄວາມ​​ເຊື່ອ​ໝັ້ນດຳ​ເນີນ​ທຸລະ​ກິດ​ໃນ​ໄຕ​ມາດ​ທີ I/2013 ​ໂດຍ​ບໍລິສັດ WVB ຫວຽດນາມ ປະຕິບັດ, ຫາ​ກໍ່​ໄດ​້ຮັບ​ການ​ປະກາດ​ບັນລຸ 114 ຄະ​ແນນ, ​ເພີ່ມ​ຂຶ້ນ 31 ຄະ​ແນນ​ເມື່ອ​ທຽບ​ໃສ່​ໄຕ​ມາດ​ທີ IV / 2012. ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ປະ​ເອີ​ບ​ໃຈ​ຂອງ​ວິ​ສາ​ຫະກິດ ຫວຽດນາມ ​ຕໍ່​ການ​ເຕີບ​ໂຕ​ເສດຖະກິດ ປີ 2013. ໝາກຜົນ​ຂອງ​ການ​ສຳ​ຫຼວດ​ແຕ່​ທ້າຍ​ເດືອນ 3 ຫາ​ກາງ​ເດືອນ 4 ຂອງ 129 ວິ​ສາ​ຫະກິດ​ທີ່​ຂຶ້ນ​ກັບ​ບັນດາ​ຂົງ​ເຂດ​ຂະ​ແໜງອາຊີ​ບຫຼັກ​ແຫຼ່ງຂອງ​ຫວຽ​ດນາມ ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ​: ວິ​ສາ​ຫະກິດ ​ເກືອບ​ທັງ​ໝົດ​ລ້ວນ​ແຕ່​ຖື​ວ່າ ປະຈຸ​ບັນ​ພື້ນຖານ​​ເສດຖະກິດ ຫວຽດນາມ ​ດີ​ກ່ວາ​ເມື່ອ​ທຽບ​​ໃສ່ 12 ​ເດືອນ​ກ່ອນ ​ແລະ ​ໃນ​ໄລຍະ​ຈະ​ມາ​ເຖິງ ມີ​​ແງ່​ຫວັງ​ພັດທະນາ​ດີ​ກ່ວາ​ອີກ. ​ເມື່ອຄາດ​ຄະ​ເນ​ສະພາບ​​ເສດຖະກິດ ຫວຽດນາມ ນັ້ນ, 71% ຈຳນວນວິ​ສາ​ຫະກິດ​ເຊື່ອ​ໝັ້ນ​ວ່າ ​ໃນ​ຮອບ​ເວລາ 12 ​ເດືອນ​ຈະ​ມາ​ເຖິງ, ພື້ນຖານ​ເສດຖະກິດ ຫວຽດນາມ ຈະ​ດີ​ກ່ວາ​ອີກ.

        ຕາມບໍລິສັດ WVB ຫວຽດນາມ ​ແລ້ວ, ວິ​ສາ​ຫະກິດສ່ວນ​ຫຼາຍລ້ວນ​ແຕ່​ເຊື່ອ​ໝັ້ນ​ຕໍ່​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ກໍ່​ຄື​ເຊື່ອ​ໝັ້ນວ່າ ທະນາຄານ​ຈະ​ໜູນ​ຊ່ວຍ​ວິ​ສາ​ຫະກິດ​ຫຼາຍ​ກ່ວາ​ອີກ​ໃນ​ປີ 2013.

 

ຂ່າວ/ບົດ​ອື່ນ