ດົນຕີພື້ນເມືອງຂອງບັນດາປະເທດອາຊຽນຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ
(ພາບປະກອບ)
(vovworld) - ດົນຕີພື້ນເມືອງຂອງບັນດາປະເທດອາຊຽນຖືກຈັດຂຶ້ນເປັນຄັ້ງທຳອິດຢູ່ຫວຽດນາມ. ນີ້ແມ່ນການເຄື່ອນໄຫວສິລະປະວັດທະນະທຳທີ່ນອນໃນລາຍການປີທ່ອງທ່ຽວແຫ່ງຊາດ 2015 ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຈັດຕັ້ງ. ລາຍການດົນຕີນີ້ແມ່ນການເຄື່ອນໄຫວຂຳ່ນັບຊົມເຊີຍການສ້າງຕັ້ງປະຊາຄົມອາຊຽນໃນທ້າຍປີ 2015, ນີ້ແມ່ນໂອກາດເພື່ອໃຫ້ນັກສິນລະປິນປະເທດຕ່າງໆພົບປະ, ແລກປ່ຽນບົດຮຽນໃນການປະດິດແຕ່ງສິລິປະ, ຮັບເອົາຈຸດທີ່ຍອດຢ້ຽມຂອງດົນຕີພື້ນເມືອງໃນປະຊາຄົມບັນດາປະເທດອາຊຽນ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ບັນດານັກສິລະປິນແນະນຳ, ເຊີດຊູບັນດາຄຸນຄ່າທີ່ເປັນເອກະລັກສະເພາະໃນດົນຕີພື້ນເມືອງຂອງແຕ່ລະປະເທດ; ຮັດແໜ້ນການພົວພັນ, ຄວາມສາມັກຄີຂອງປະຊາຄົມບັນດາປະເທດອາຊຽນໃນຂົງເຂດວັດທະນະທຳສິລະປະ, ພ້ອມທັງສະແດງລັກສະນະເປັນເອກະພາບໃນວັດທະນະທຳທີ່ມີຫຼາຍຮູບຫຼາຍແບບຂອງອາຊຽນ, ແລະ ມຸ່ງໄປເຖິງການສ້າງຕັ້ງປະຊາຄົມວັດທະນະທຳ - ສັງຄົມອາຊຽນທີ່ນັບມື້ນັບໝັ້ນຄົງເຂັ້ມແຂງ.