ຕິດຕາມກວດກາການປະຕິບັດນະໂຍບາຍ,ກົດໝາຍວ່າດ້ວຍການລົງທຶນແລະຂຸດຄົ້ນບັນດາກິດຈະກຳຄົມມະນາຄົມ BOT

(VOVWORLD) -ວັນທີ 15 ສິງຫາ, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນການຕິດຕາມກວດກາຫົວເລື່ອງສະເພາະ “ກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍວ່າດ້ວຍການລົງທຶນ ແລະ ຂຸດຄົ້ນບັນດາກິດຈະກຳຄົມມະນາຄົມ ຕາມຮູບການສັນຍາກໍ່ສ້າງ, ດຳເນີນທຸລະກິດ, ມອບສົ່ງ (BOT)”.

ຕິດຕາມກວດກາການປະຕິບັດນະໂຍບາຍ,ກົດໝາຍວ່າດ້ວຍການລົງທຶນແລະຂຸດຄົ້ນບັນດາກິດຈະກຳຄົມມະນາຄົມ BOT - ảnh 1 (ຫຼາຍຄຳເຫັນສະເໜີຕ້ອງເອົາໃຈໃສ່ເປັນພິເສດເຖິງເລື່ອງຕິດຕາມກວດກາ,

ກວດກາບັນຊີຍົກສູງບົດບາດກວດກາ ກວດສອບຂອງລັດ)

ໄລຍະ 2011 – 2016, ກະຊວງຄົມມະນາຄົມຂົນສົ່ງ ໄດ້ລະດົມຈຳນວນເງິນກວ່າ 171.000 ຕື້ດົ່ງ, ໃນນັ້ນທຶນ BOT ແມ່ນເກືອບ 155.000 ຕື້ດົ່ງ, ກວມເອົາກວ່າ 90%.

        ພ້ອມກັບຂໍ້ສະເໜີຂອງຄະນະຕິດຕາມກວດກາ 16 ຂໍ້, ມີຫຼາຍຄຳເຫັນສະເໜີຕ້ອງເອົາໃຈໃສ່ເປັນພິເສດເຖິງເລື່ອງຕິດຕາມກວດກາ, ກວດກາບັນຊີຍົກສູງບົດບາດກວດກາ ກວດສອບຂອງລັດ, ແກ້ໄຂບັນດາການລະເມີດຢ່າງແຮງ, ຕິດຕາມກວດກາເລື່ອງເກັບຄ່າບໍລິຫານຄົມມະນາຄົມທາງບົກຢ່າງແໜ້ນແຟ້ນ, ຮັບປະກັນລັກສະນະເປີດເຜີຍ, ສະເໝີພາບ… ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ຕ້ອງສັງລວມກວດກາຄືນເພື່ອສ້າງແຜນການກ່ຽວກັບ BOT, ມີແຜນການຢ່າງລະອຽດ, ຊີ້ແຈ້ງຂໍ້ກຳນົດການກວດກາລາຍຈ່າຍລົງທຶນ, ລະດົມແຫຼ່ງທຶນ… ກ່ຽວກັບການຄັດເລືອກນັກລົງທຶນ, ແຜນການການເງິນ.

        ທີ່ການເຮັດວຽກໃນຕອນບ່າຍ, ຄະນະປະຈຳສະພາແຫ່ງຊາດສືບຕໍ່ດຳເນີນການຕິດຕາມກວດກາເນື້ອໃນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ