(VOVWORLD) - ໂຮງໝໍ ຖູດຶກ ໄດ້ຈັດ “ຕະຫຼາດນັດບໍ່ຄິດເງິນ” ຄັ້ງທີ 9 ແລະ ມອບຂອງຂວັນກວ່າ 3.000 ພູດ ໃຫ້ແກ່ຄົນເຈັບຜູ້ທຸກຍາກ.
ບັນຍາກາດຂອງຕະຫຼາດນັດບໍ່ຄິດເງິນ (ພາບ: VOV) |
ວັນທີ 25 ມິຖຸນາ, ຢູ່ນະຄອນ ໂຮ່ຈີມິນ, ໂຮງໝໍ ຖູດຶກ ໄດ້ຈັດ “ຕະຫຼາດນັດບໍ່ຄິດເງິນ” ຄັ້ງທີ 9 ແລະ ມອບຂອງຂວັນກວ່າ 3.000 ພູດ ໃຫ້ແກ່ຄົນເຈັບຜູ້ທຸກຍາກ. ຕະຫຼາດນັດປີນີ້ ມີ 22 ຮ້ານ ດ້ວຍບັນດາເຄື່ອງໃຊ້ທີ່ຈຳເປັນ, ອຸປະກອນ, ສະບຽງອາຫານ ແລະ ທັນຍາຫານ.
ເຂົ້າຮ່ວມຕະຫຼາດນັດດັ່ງກ່າວ, ຄະນະຈັດຕັ້ງຈະແຈກບັດຊື້ເຄື່ອງໃຫ້ຄົນເຈັບຜູ້ລະ 10 ບັດ ເພື່ອເລືອກເອົາສິນຄ້າ 10 ຢ່າງດ້ວຍລາຄາ 0 ດົ່ງ. ປ້າ ຫງວຽນທິກຸຍ, ຢູ່ແຂວງ ຕ່ຽນຢາງ, ເຊິ່ງເປັນຄົນເຈັບທີ່ພວມຟອກໝາກໄຂ່ຫຼັງຢູ່ໂຮງໝໍ ຖູດຶກ, ແບ່ງປັນວ່າ:
“ໃນຈຸດເວລາທີ່ຂ້າພະເຈົ້າພວມທຸກຍາກຂາດເຂີນ ແຕ່ໄດ້ຮັບຂອງຂວັນແນວນີ້, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ຂໍຂອບໃຈຜູ້ໃຈບຸນໃຈກຸສົນທີ່ໄດ້ຄິດເຖິງ ແລະ ຊ່ວຍເຫຼືອຜູ້ທຸກຍາກຄືພວກຂ້າພະເຈົ້າ”.