ກອງປະຊຸມສຳມະນາເຂດພາກເໜືອ
(ພາບປະກອບ)
|
(vovworld) - ຕອນເຊົ້າວັນທີ 2/2, ຢູ່ນະຄອນໂຮ່ຈີມິນ, ຄະນະຊີ້ນຳປະຕິຮູບດ້ານຕຸລາການສູນກາງຈັດຕັ້ງກອງປະຊຸມສຳມະນາເຂດພາກໃຕ້ ກ່ຽວກັບສະພາບຕົວຈິງ, ມາດຕະການປ້ອງກັນ, ຕ້ານການຫຍໍ້ທໍ້ໃນການເຄື່ອນໄຫວຍຸຕິທຳ. ມີຫຼາຍຄວາມເຫັນຖືວ່າ, ບັນດາອົງການຕຸລາການຄວນສ້າງ ແລະ ປັບປຸງບັນດາລະບອບນິຕິກຳ, ບັນດາກົດໝາຍກ່ຽວກັບການດຳເນີນຄະດີທີ່ກ່ຽວຂ້ອງເຖິງວຽກງານຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫຼວງ, ການຫຍໍ້ທໍ້; ຍົກສູງສະຕິ, ນຳ້ໃຈຮັບຜິດຊອບຂອງພະນັກງານ, ລັດຖະກອນຜ່ານການຮຳ່ຮຽນ, ຜັນຂະຫຍາຍການປະຕິບັດບັນດາມະຕິ, ຄຳສັ່ງຂອງພັກ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈີມິນ. ດຣ ຮ່ວາງທິກວີ່ງຈີ, ຮອງຫົວໜ້າສະຖາບັນວິທະຍາສາດໄອຍະການ,ອົງການໄອຍະການປະຊາຊົນສູງສຸດ, ຖືວ່າ:
“ໃນເງື່ອນໄຂຍູ້ແຮງວຽກງານປະຕິຮູບ, ເລື່ອງຕໍ່ສູ້ຕ້ານການຫຍໍ້ທໍ້, ການສໍ້ລາດບັງຫຼວງໃນການເຄື່ອນໄຫວຕຸລາການແມ່ນຮີບເຮັ່ງທີ່ສຸດ. ເລື່ອງຜັນຂະຫຍາຍບັນດາແຜນຮ່າງປ້ອງກັນ, ຕ້ານການຫຍໍ້ທໍ້ ແມ່ນການຢືນຢັນຄວາມຕັດສິນໃຈຂອງພັກ ໃນການປັບປຸງລະບອບລະບຽບການໃນການເຄື່ອນໄຫວຍຸຕິທຳ. ຕຸລາການແມ່ນ ຄວາມຍຸຕິທຳ, ຖ້າຫາກວຽກງານຕຸລາການບໍ່ເຂັ້ມງວດ, ປະຊາຊົນຈະບໍ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ຄວາມຍຸຕິທຳ, ສົ່ງຜົນກະທົບເຖິງຄວາມຄົງຕົວຂອງລະບອບ, ດັ່ງນັ້ນນີ້ແມ່ນຂົງເຂດຕ້ອງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ.“