ຖະແຫຼງການຮ່ວມຫວຽດນາມ-ອິນເດຍ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານ
ນາຍົກລັດຖະມົນຕີອິນເດຍ Narendra Modi ດຳເນີນການເຈລະຈາ |
(vovworld)- ຕອນບ່າຍວັນທີ 3/9, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ. ເນື່ອງໃນໂອກາດນີ້, 2 ຝ່າຍໄດ້ອອກຖະແຫຼງການຮ່ວມຫວຽດນາມ-ອິນເດຍ.
ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ມາຢ້ຽມຢາມຫວຽດນາມຢ່າງເປັນທາງການແຕ່ວັນທີ 2-3/9/2016 ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມື 12 ສະບັບໃນຫຼາຍຂົງເຂດ. ທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ໄດ້ເຂົ້າຢ້ຽມຄຳນັບທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ, ປະທານປະເທດ ເຈີນດ້າຍກວາງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ. ຫວຽດນາມ-ອິນເດຍເຫັນດີຍົກລະດັບການພົວພັນ “ ຄູ່ຮ່ວມມືຍຸດທະສາດ ” ຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານ”. 2 ຝ່າຍເນັ້ນໜັກເຖິງການສະໜັບສະໜູນສຳລັບສັນຕີພາບ, ສະຖຽນລະພາບ, ຄວາມໝັ້ນຄົງປອດໄພ ແລະ ເສລີພາບໃນການເດີນເຮືອ, ການບິນ ແລະ ການຄ້າບໍ່ຖືກຂັດຂວາງ, ບົນພື້ນຖານເຄົາລົບບັນດາຫຼັກການຂອງກົດໝາຍສາກົນ.