ທູດພິເສດຂອງປະທານປະເທດຫວຽດນາມເຂົ້າຮ່ວມພິທີດຳລົງຕຳແໜ່ງຂອງປະທານາທິບໍດີອີນໂດເນເຊຍ

ທູດພິເສດຂອງປະທານປະເທດຫວຽດນາມເຂົ້າຮ່ວມພິທີດຳລົງຕຳແໜ່ງຂອງປະທານາທິບໍດີອີນໂດເນເຊຍ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ ອີນ​ໂດ​ເນ​ເຊຍ Joko Widodo ທີ່​ພິ​ທີ​ສະ​ບານ​ຕົວ​ດຳ​ລົງ​ຕຳ​ແໜ່ງ
(ພາບ: AFP/TTXVN)

(vovworld) – ວັນ​ທີ 20/10/2014, ທູດ​ພິ​ເສດ​ຂອງ​ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ  ເຈືອງ​ເຕີນ​ຊາງ, ທ່ານ ດ່າວ​ວຽດ​ຈູງ, ຫົວ​ໜ້າ​ຫ້ອງວ່າ​ການ​ສຳ​ນັກ​ງານ​ປະ​ທານ​ປະ​ເທດ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ດຳ​ລົງ​ຕຳ​ແໜ່ງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອີນ​ໂດ​ເນ​ເຊຍ ອາ​ຍຸ​ການ 2014 – 2019 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ນະ​ຄອນຫຼວງ Jakarta. ພາຍຫຼັງ​ພິ​ທີ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຄົນ​ໃໝ່​ຂອງ ອີນ​ໂດ​ເນ​ເຊຍ Joko Widodo ໄດ້​ພົບ​ປະ​ກັບ​ຫົວ​ໜ້າ​ຄະ​ນະ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ພິ​ທີ​ດຳ​ລົງ​ຕຳ​ແໜ່ງ. ທີ່​ການ​ພົບ​ປະ​ກັບ​ທ່ານປະ​ທາ​ນາ​ທິ​ບໍ​ດີ Joko Widodo, ທ່ານ ດ່າວ​ວຽດ​ຈູງ ໄດ້​ສົ່ງ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ເຊີນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joko Widodo ແລະ ພັນ​ລະ​ຍາ​​ມາຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ. ທ່ານ ດ່າວ​ວຽດ​ຈູງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joko Widodo, ປ​ະ​ເທດ ອີນ​ໂດ​ເນ​ເຊຍ ຈະ​ນັບ​ມື້​ນັບ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ, ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດ ແລະ ທີ່​ຕັ້ງ​ສຳ​ຄັນ​ຂອງ​ຕົນ​ໃນ​ພາກ​ພື້ນ ແລະ ໃນ​ໂລກ, ພ້ອມ​​ກັນ​ນັ້ນການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ອີນ​ໂດ​ເນ​ເຊຍ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ ດ່າວ​ວຽດ​ຈູງ ມີ​ການ​ພົບ​ປະ ແລະ ສົ່ງ​ຄຳ​ອວຍ​ພອນ​ຂອງ​ທ່ານ​ນາ​ງ​ຮອງ​ປະ​ທານ​ປະ​ເທດ ຫງວຽນ​ທິຢ​ວານ ເຖິງ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Jusuf Kalla.



ຂ່າວ/ບົດ​ອື່ນ