ທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດອາເມລິກາຢ້ຽມຢາມຈີນ
ທ່ານນາງ Susan Rice ແລະ ທ່ານຢ່າງເຈຍຊື້
(ພາບ:dantri.com.vn)
(vovworld) – ວັນທີ 8/9, ທ່ານນາງ Susan Rice, ທີ່ປຶກສາປ້ອງກັນຄວາມສະຫງົບແຫ່ງຊາດ ອາເມລິກາ, ໄດ້ໄປຍັງນະຄອນຫຼວງ ປັກກິ່ງ, ເລີ່ມຕົ້ນການຢ້ຽມຢາມ ຈີນ ເປັນເວລາ 3 ວັນເພື່ອແນໃສ່ກະກຽມໃຫ້ການຢ້ຽມຢາມ ຈີນ ຂອງທ່ານປະທານາທິບໍດີ ອາເມລິກາ Barack Obama ໃນເດືອນ 11 ຈະມາເຖິງ. ເຈລະຈາກັບປະທານສະພາແຫ່ງຊາດ ຈີນ ຢ່າງເຈຍຊື້, ທ່ານນາງ Susan Rice ຢັ້ງຢືນວ່າ: ຍາມໃດ ອາເມລິກາ ກໍ່ຖື ຈີນ ເປັນບຸລິມະສິດອັນດັບໜຶ່ງ. ທ່ານປະທານາທິບໍດີ Barack Obama ລໍຄອຍການຢ້ຽມຢາມ ຈີນ, ເຂົ້າຮ່ວມເວທີປາໄສເສດຖະກິດ ອາຊີ - ປາຊີຟິກ (APEC) ກໍ່ຄືດຳເນີນບັນດາການປຶກສາຫາລື 2 ຝ່າຍທີ່ສຳຄັນ.
ສ່ວນທ່ານປະທານສະພາແຫ່ງຊາດ ຢ່າງເຈຍຊື້ ຖືວ່າ: ເບິ່ງລວມແລ້ວ, ການພົວພັນລະຫວ່າງ 2 ປະເທດຍັງເປັນປົກກະຕິ ແລະ ພັດທະນາ. ທ່ານ ຢ່າງເຈຍຊື້ ຢັ້ງຢືນວ່າ: ປັກກິງ ພ້ອມແລ້ວທີ່ຊຸກຍູ້ການຮ່ວມມື, ໂອ້ລົມສົນທະນາກັບ ວໍຊິງຕັນໃນທຸກຂົງເຂດ ກໍ່ຄືກະກຽມໃຫ້ແກ່ການຢ້ຽມຢາມ ປັກກິງ ໄລຍະຈະມາເຖິງຂອງທ່ານປະທານາທິບໍດີ Barack Obama ຢ່າງລອບຄອບຖີ່ຖ້ວນທີ່ສຸດ.