ທົ່ວໂລກມີກວ່າ 22,8 ລ້ານຄົນຕິດໂລກລະບາດໂຄວິດ-19 ແລະ ມີ 796.300 ຄົນເສຍຊີວິດ

(VOVWORLD) -ປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 5.745.712 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 177.394 ຄົນ.

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 7 ໂມງ 30 ນາທີ (ຕາມເວລາຫວຽດນາມ), ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 22.848.000 ຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນ 796.300 ຄົນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 15.500.446 ຄົນ.

        ປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດໂລກລະບາດໂຄວິດ-19 ແມ່ນ 5.745.712 ຄົນ ແລະ ມີຜູ້ເສຍຊີວິດແມ່ນ 177.394 ຄົນ. ບຣາຊິນ ແມ່ນປະເທດມີຜູ້ຕິດໂລກລະບາດໂຄວິດ-19 ຫຼາຍທີ 2 ໃນໂລກ, ຖັດຈາກນັ້ນແມ່ນອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ