ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ຫຼາຍກວ່າ 21 ລ້ານຄົນ

(VOVWORLD) -ໄລ່ຮອດຕອນເຊົ້າວັນທີ 14 ສິງຫາ, ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ- 19 ຫຼາຍກວ່າ 21 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນກວ່າ 751.600 ຄົນ.

ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ຫຼາຍກວ່າ 21 ລ້ານຄົນ - ảnh 1 ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃໝ່ຢູ່ອິນເດຍ ໃນມື້ຜ່ານມາຍັງສູງທີ່ສຸດໃນໂລກ

(ພາບ: Xinhua)

ປະຈຸບັນ, ອາເມລິກາ ຍັງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງກວ່າໝູ່ຈາກໂລກລະບາດໂຄວິດ- 19. ມາຮອດປະຈຸບັນ, ອາເມລິກາ ມີຜູ້ຕິດໂລກລະບາດໂຄວິດ-19 ກວ່າ 5,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດແມ່ນເກືອບ 170.000 ຄົນ. ຢືນອັນດັບທີ 2 ແມ່ນ ບຣາຊິນ, ປະເທດນີ້ມີຜູ້ຕິດໂລກລະບາດໂຄວິດ-19 ແມ່ນກວ່າ 3,2 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນກວ່າ 105.400 ຄົນ.

        ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ໃໝ່ຢູ່ອິນເດຍ ໃນມື້ຜ່ານມາຍັງສູງທີ່ສຸດໃນໂລກ ແມ່ນ 64.100 ຄົນ. ປະຈຸບັນ, ຈຳນວນຜູ້ຕິດໂລກລະບາດໂຄວິດ-19 ຢູ່ອິນເດຍ ແມ່ນກວ່າ 2,4 ລ້ານຄົນ, ໃນນັ້ນຜູ້ເສຍຊີວິດແມ່ນ 48.100 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ