ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 2 ພະຈິກ (ຕາມເວລາ UTC),  ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 247,8 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ ກ່ວາ 5 ລ້ານຄົນ.

ທົ່ວ​ໂລກ​ມີ​ຜູ້​ເສ​ຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກ່​ວາ 5 ລ້ານ​ຄົນ - ảnh 1ພາບປະກອບ: AP

ຢູ່ ສ.ເກົາຫຼີ, ກະຊວງແຮງງານຂອງປະເທດນີ້ ໃຫ້ຮູ້ວ່າ ໃນທ້າຍເດືອນ ພະຈິກ, ປະເທດນີ້ ຈະຄ່ອຍໆຍົກເລີກບັນດາຂໍ້ຈຳກັດສຳລັບການເຂົ້າເມືອງຂອງຜູ້ອອກແຮງງານຕ່າງປະເທດ ທີ່ໄດ້ຈັດວາງໃນໄລຍະເກີດໂລກລະບາດໂຄວິດ - 19.

ລັດຖະບານ ຍີ່ປຸ່ນ ຄາດວ່າ ຈະຫຼຸດເວລາແຍກຕົວສຳລັບຜູ້ເຂົ້າເມືອງເພື່ອເປົ້າໝາຍດຳເນີນທຸລະກິດລົງເຫຼືອ 3 ວັນ ແທນທີ່ 10 ວັນຄືໃນປັດຈຸບັນ. ຄາດວ່າຂໍ້ກຳນົດນີ້ ຈະໄດ້ຈັດວາງຢ່າງເປັນທາງການນັບແຕ່ວັນທີ 8 ພະຈິກ ຈະມາເຖິງ. ຢູ່ເຢຍລະມັນ, ທ່ານ ລັດຖະມົນຕີກະຊວງສາທາລະນະສຸກ Jens Spahn ໄດ້ຮຽກຮ້ອງໃຫ້ເຈົ້າໜ້າທີ່ທຸກລັດ ໃນທົ່ວປະເທດ ເປີດປະຕູສູນສັກວັກຊິນຄືນ ເພື່ອແນໃສ່ຍູ້ໄວການສັກວັກຊິນເຂັມເພີ່ມເຕີມໃຫ້ແກ່ຜູ້ມີອາຍຸສູງ.

ຕອບກັບ

ຂ່າວ/ບົດ​ອື່ນ