(vovworld) - ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ຕອນບ່າຍວັນທີ 08/05, ຢູ່ຮ່າໂນ້ຍ, ທ່ານ Axel Van Trotsenburg, ຮອງປະທານທະນາຄານໂລກ ຜູ້ຮັບຜິດຊອບພາກພື້ນອາຊີຕາເວັນອອກ ແລະ ປາຊີຟີກ, ມີການພົບປະກັບບັນດາອົງການສື່ມວນຊົນ, ທ່ານຢືນຢັນວ່າ ທະນາຄານໂລກຈະຍູ້ແຮງການພົວພັນຄູ່ຮ່ວມມືກັບຫວຽດນາມ. ທີ່ການປະຊຸມຂ່າວ, ທ່ານ Axel Van Trotsenburg ໄດ້ຕີລາຄາສູງບັນດາຜົນງານທີ່ໜ້າປະທັບໃຈເຊິ່ງຫວຽດນາມ ບັນລຸໄດ້ໃນການຫລຸດຜ່ອນຄວາມທຸກຍາກໃນ 2 ທົດສະວັດຜ່ານມາ ພ້ອມທັງສະແດງຄວາມເພຶງພໍໃຈກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ທະນາຄານໂລກ. ທ່ານ Axel Van Trotsenburg ກໍຢືນຢັນວ່າ ຫວຽດນາມ ຈະສືບຕໍ່ໄດ້ຮັບແຫຼ່ງທຶນຊ່ວຍເຫຼືອລ້າ (IDA) ຂອງທະນາຄານໂລກ. ແຕ່ວ່າ, ຫວຽດນາມຕ້ອງມີການພົວພັນຢ່າງແໜ່ນແຟ້ນກັບບັນດາປະເທດໃນພາກພື້ນ ເພື່ອສືບຕໍ່ດຶງດູດແຫຼ່ງທຶນດັ່ງກ່າວ.