ທ່ານນາງ Victoria Kwakwa ແລະ ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟູ໋ຈອງ
(ພາບ: ສຳນັກຂ່າວສານ ຫວຽດນາມ)
(vovworld)- ຕອນບ່າຍ ວັນທີ 30/6, ທີ່ການຕ້ອນຮັບ ທ່ານນາງ Victoria Kwakwa ຮອງປະທານທະນາຄານໂລກ ເນື່ອງໃນໂອກາດເຂົ້າຢ້ຽມອຳລາສີ້ນສຸດ ອາຍຸການປະຕິບັດໜ້າທີ່ ຢູ່ຫວຽດນາມ. ທ່ານເລຂາທິການໃຫຍ່ຫວຽດນາມ ຫງວຽນຟູ໋ຈອງ ສະເໜີວ່າ ທະນາຄານໂລກ ສືບຕໍ່ຕັ້ງໜາ້ສະໜັບສະໜູນ ຫວຽດນາມ ນັບທັງໃຫ້ຄຳປຶກສາດ້ານນະໂຍບາຍ ແລະ ໜູນຊ່ວຍແຫຼ່ງຊັບພະຍາກອນມະນຸດ ເພື່ອຮັບໃຊ້ການພັດທະນາເສດຖະ ກິດສັງຄົມ. ສະແດງຄວາມພາກພູມໃຈຕໍ່ການພັດທະນາຮອບດ້ານແທດຈິງ ຂອງການພົວພັນຮ່ວມມື ລະຫວ່າງ ຫວຽດນາມ-ທະນາຄານໂລກ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈອງ ຢືນຢັນວ່າ: ຫວຽດນາມ ຢຽມໃດກໍ່ຖືເປັນສຳຄັນ ການນຳໃຊ້ແຫຼ່ງທຶນກູ້ຢືມ ຂອງປະຊາກົມສາກົນເວົ້າລວມ ແລະ ທະນາຄານໂລກເວົ້າສະເພາະ ຢ່າງມີປະສິດທິຜົນ ໃຫ້ແກ່ພາລະກິດ ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ທ່ານເລຂາທິການໃຫຍ່ສະແດງຄວາມເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່ ທ່ານ ນາງ Victoria Kwakwa ຈະສືບຕໍ່ມີການປະກອບສ່ວນສຳຄັນ ໃຫ້ຍຸດທະສາດພັດທະນາແຫ່ງຊາດ ຂອງບັນດປະເທດໃນພາກພື້ນ ໃນນັ້ນມີຫວຽດນາມ ກໍ່ຄືຕັ້ງໜ້າປະກອບສ່ວນເຂົ້າການພັດທະນາສາຍພົວພັນ ລະຫວ່າງ ຫວຽດນາມ ແລະ ທະນາຄານໂລກ.
ສ່ວນ ທ່ານ ນາງ Victoria Kwakwa ຢືນຢັນວ່າ: ທ່ານຢາມໃດກໍ່ເຄົບລົບນັບຖື ແລະ ສະແດງຄວາມຮູ້ບຸນຄຸນ ການສະໜັບສະໜູນ ຂອງທ່ານເລຂາທິການໃຫຍ່ ກໍ່ຄືພັກ, ລັດ ແລະ ປະຊາຊົນຫວຽດນາມ ສຳລັບບັນດາໂຄງການຂອງທະນາຄານໂລກຢູ່ຫວຽດນາມ.