ກຳປັ່ນທະຫານເຮືອມາເລເຊຍ
ພາບ:baotintuc
|
(vovworld)- ວັນທີ 14/8, ບັນດານັກດຳນ້ຳຂອງທະຫານເຮືອ ມາເລເຊຍ ໄດ້ຊອກເຫັນ ແລະ ກູ້ເອົາຊາກສົບຊາວປະມົງຫວຽດນາມຄົນຫນຶ່ງ ທີ່ຖືກຫາຍສາບສູນໃນວັນທີ 3/8 ຢູ່ເຂດທະເລນອກຝັ່ງ Bintulu ລັດ Sarawak. ຫນັງສືພິມ “New Straits Times” ໄດ້ຄັດຄຳເວົ້າຂອງທ່ານ Mohammad Najib Harun, ຜູ້ບັນຊາການ ຫົວຫນ່ວຍດຳນ້ຳເລກ 2 ສັງກັດທະຫານເຮືອ ມາເລເຊຍ ໃຫ້ຮູ້ວ່າ: ຊາກສົບຊາວປະມົງໄດ້ພົບເຫັນໃນສະພາບຖືກຕິດຄ້າງໃນເຮືອຫາປາຢູ່ຄວາມເລິກ 31 ແມັດ. ເຖິງຢ່າງໃດກໍຕາມ, ບັນດານັກດຳນ້ຳບໍ່ສາມາດຊອກເຫັນຊາກສົບຊາວປະມົງຫນຶ່ງອີກທີ່ຖືກຫາຍສາບສູນເມື່ອເຮືອຫາປາດັ່ງກ່າວຖືກຈົ່ມນ້ຳໃນເວລາ 3 ໂມງເຊົ້າຂອງວັນທີ 3/8. ຊາກສົບຊາວປະມົງຫວຽດນາມດັ່ງກ່າວຖືກສົ່ງເຖິງປ້ອມຕຳຫລວດຢູ່ Bintulu.