(vovworld) – ວັນທີ 28/2, ເມື່ອເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານກະຈາຍສຽງ, ໂທລະພາບປີ 2014, ທ່ານ ຫງວຽນບັກຊອນ, ລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຕີລາຄາສູງການເຄື່ອນໄຫວດ້ານກະຈາຍສຽງ, ໂທລະພາບຂອງທົ່ວປະເທດ. ປີຜ່ານມາ, ບັນດາສະຖານີວິທະຍຸກະຈາຍສຽງ, ໂທລະພາບ ໄດ້ເປັນເຈົ້າການສະໜອງຂໍ້ມູນຂ່າວສານຢ່າງຄົບຖ້ວນ, ທັນການ, ເປີດເຜີຍກະຈ່າງແຈ້ງ ກ່ຽວກັບສະພາບການເສດຖະກິດ - ສັງຄົມ, ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ. ສື່ມວນຊົນແມ່ນຂົວເຊື່ອມຕໍ່, ຊ່ອງໂອ້ລົມສົນທະນາ ແລະ ຮັບເອົາຄຳເຫັນ, ຂໍ້ສະເໜີທີ່ມີລັກສະນະສ້າງສັນຂອງປະຊາຊົນທຸກຊັ້ນວັນນະທີ່ມີຕໍ່ພັກ, ລັດ ປະກອບສ່ວນໂຄສະນາ, ເຜີຍແຜ່ການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດ.
ກ່ຽວກັບການກຳນົດທິດຂອງປີ 2014, ທ່ານລັດຖະມົນຕີ ຫງວຽນບັກຊອນ ຊີ້ນຳບັນດາສະຖານີວິທະຍຸກະຈາຍສຽງ, ໂທລະພາບແຫ່ງຕ່າງໆສຸມໃສ່ຍູ້ແຮງການໂຄສະນາ ເຜີຍແຜ່ບັນດາມະຕິ, ແຜນນະໂຍບາຍຂອງພັກ, ລັດ. ທ່ານກ່າວວ່າ:
“ສະເໜີໃນໄລຍະຈະມາເຖິງ, ເພີ່ມເວລາອອກອາກາດບັນດາລາຍການໂດຍພວກເຮົາຜະລິດເອງ, ລະດົມແບບຢ່າງວຽກດີຄົນເດັ່ນ. ພ້ອມກັນນັ້ນ, ສະເໜີໃຫ້ໂຄສະນາ, ຕໍ່ສູ້ຢ່າງຕັ້ງໜ້າກ່ວາອີກ, ປະກອບສ່ວນພ້ອມກັບພັກ, ລັດ ຕ້ານບັນດາຖ້ອຍທຳນອງຂອງອິດທິກຳລັງທີ່ເປັນປໍລະປັກ, ຖ້ອຍທຳນອງຜິດພາດພວມໂຄສະນາຜ່ານທາງ ອີນເຕີເນັດ”