ທ່ານ John Key ສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີນິວເຊີແລນສະໄໝທີ 3
ທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key
(ພາບ: baomoi)
|
(vovworld)- ທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ໃຫ້ຮູ້ເມື່ອວັນທີ 20/9 ວ່າ ທ່ານຈະມານະພະຍາຍາມສ້າງອະນາຄົດທີ່ສົດໃສກວ່າໃຫ້ປະເທດຊາດ ແລະ ປະຊາຊົນນິວເຊີແລນ. ທ່ານນາຍົກ ລັດຖະມົນຕີ ນິວເຊີແລນ John Key ຍັງເນັ້ນໜັກວ່າ ເລື່ອງພັກຊົນຊາດ NP ກຳອຳນາດຂອງທ່ານສືບຕໍ່ກຳອຳນາດ ກໍແມ່ນກາລະໂອກາດ ແລະ ສິ່ງທ້າທາຍເພື່ອໃຫ້ພັກຊົນຊາດ NP ສືບຕໍ່ສູ້ຊົນຍາດເອົາການສະໜັບສະໜູນຂອງປະຊາຊົນໃນອະຍຸການທີ່ຈະມາເຖິງ. ຖະແຫຼງການຂອງທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ຖືກຍົກອອກມາ ພາຍຫຼັງທີ່ຄະນະກຳມະການເລືອກຕັ້ງນິວເຊີແລນ ໄດ້ປະກາດໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງທົ່ວປະເທດໃນວັນດຽວກັນ, ດ້ວຍເລື່ອງພັກຊົນຊາດ NP ສືບຕໍ່ກຳອຳນາດ. ຕາມໝາກຜົນທີ່ໄດ້ປະກາດ, ພັກຊົນຊາດ NP ຂອງທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ຍາດໄດ້ 48,2% ຈຳນວນບັດສະໜັບສະໜູນ ແລະ ຈະຮັກສາ 62 ທີ່ນັ່ງໃນຍອດຈຳນວນທີ່ນັ່ງໃນສະພາແຫ່ງຊາດ.