(vovworld) - ວັນທີ 8/7, ທູດພິເສດລວມກ່ຽວກັບ ຊີຣີຂອງ ສະຫະປະຊາຊາດ ແລະ ສະຫະພັນ ອາຮັບ ທ່ານ Kofi Annan ໄດ້ເນັ້ນໜັກວ່າ: ລັດເຊຍ ແລະ ອີຣານ ສວມບົດບາດສຳຄັນໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ຢຸດຕິສະພາບການນອງເລືອດຢູ່ ຊີຣີ. ທ່ານ Annan ບໍ່ພໍໃຈຕໍ່ເລື່ອງມີບາງຄຳເຫັນຖືວ່າ ລັດເຊຍ ແລະ ອີຣານ ແມ່ນບັນດາກຳລັງກີດຂວາງວິວັດທະນາການສັນຕິພາບ, ແຕ່ບໍ່ເວົ້າເຖິງເລື່ອງບັນດາປະເທດອື່ນໄດ້ສະໜອງອາວຸດ, ການເງິນ ແລະ ມີໜ້າຢູ່ຊີຣີ. ວັນທີ 9/7, ທ່ານ Kofi Annan ໄດ້ໄປຍັງ ຊີຣີ ເພື່ອປຶກສາຫາລື ກັບບັນດາການນຳ ຊີຣີ ກ່ຽວກັບແຜນການສັນຕິພາບລວມ 6 ຂໍ້ໂດຍທ່ານຍົກອອກມາ. ນີ້ແມ່ນການຢ້ຽມຢາມຄັ້ງທີ 3 ຂອງທ່ານ Annan ເຖິງ ຊີຣີ ນັບແຕ່ເມື່ອມີການປະທະກັນເກີດຂຶ້ນຢູ່ປະເທດນີ້.