ທ່ານນາຍົກລັດຖະມົນຕີ Nguyen Tan Dung
(ພາບ: thutuong.chinhphu.vn)
(VOV)- ຕອນບ່າຍວັນທີ 14/11, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບປະທານສະພາສູງສະຫະພັນລັດເຊຍ, ທ່ານນາງ Valentina Ivanovna Matvienko ຊື່ງພວມຢູ່ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ Nguyen Tan Dung ຖືວ່າ: ການຢ້ຽມຢາມມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດຫວຽດນາມ ແລະ ສະຫະພັນລັດເຊຍ. ທ່ານປາດຖະໜາວ່າບັນດາກະຊວງ, ຂະແໜງການຂອງສອງປະເທດ ຈະສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຊື່ງການນຳສອງປະເທດໄດ້ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ-ເຕັກນິກ, ພະລັງງານ….ທ່ານນາຍົກລັດຖະມົນຕີ Nguyen Tan Dung ສະເໜີໃຫ້ສະຫະພັນລັດເຊຍ ສະໜອງທຶນສຶກສາຕື່ມອີກໃຫ້ແກ່ນັກຮຽນນັກສຶກສາຫວຽດນາມ ເພື່ອໄປລັດເຊຍ ຄົ້ນຄ້ວາ ແລະ ຮ່ຳຮຽນ. ທ່ານຢືນຢັນວ່າຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບສະຫະພັນລັດເຊຍ ນຳສາຍພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.