ທ່ານ Nguyen Xuan Phuc ​​ຕ້ອນຮັບ​ຄະນະ​ຜູ້​ແທນ ​ຜູ້​ມີ​ຄຸນງາມຄວາມດີ​ແຂວງ Quang Nam

ທ່ານ Nguyen Xuan Phuc ​​ຕ້ອນຮັບ​ຄະນະ​ຜູ້​ແທນ ​ຜູ້​ມີ​ຄຸນງາມຄວາມດີ​ແຂວງ Quang Nam - ảnh 1
ພາບປະກອບ

(vovworld)- ​ໃນຕອນ​ບ່າຍ​ຂອງ​ວັນ​ທີ 3/6, ທີ່​ສຳນັກງານ​ລັດຖະບານ, ທ່ານ ຮອງນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ເມືອງ Dong Giang ແຂວງ Quang Nam ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ ​ແລະ ​ເຂົ້າຢ້ຽມ​ຂ່ຳນັບ​ສຸສານ​ປະທານ​ໂຮ່ຈິ​ມິນ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢືນຢັນ​ວ່າ, ຍາມ​ໃດ​ພັກ, ລັດ​ກໍ່​​ຕີ​ລາຄາ​ສູງ ​ແລະ ຮູ້​ບຸນຄຸນ​ຕໍ່​ການ​ເສຍສະຫຼະ​, ການ​ປະກອບສ່ວນ​ຂອງ​ບັນດາ​ນັກຮົບ​ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ທະຫານ​ເສຍ​ອົງຄະ, ນັກຮົບ​ເກົ່າ, ຄອບຄົວ​ມີ​ຄຸນງາມຄວາມດີ​ຕໍ່​ພາລະກິດ​ຕໍ່ສູ້ຍາດ​ເອົາ​ເອກະລາດ ​ອິດສະຫຼະ​ພາບ​ມາ​ໃຫ້​ແກ່​ປະ​ເທດ​ຊາດ. ຍາມ​ໃດ​ພັກ, ລັດ​ກໍ່​ໄດ້​ເອົາ​ໃຈ​ໃສ່ ​ແລະ ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ຍົກ​ສູງ​ຊີວິດ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​​ໃຫ້​ແກ່ບັນດາ​ຄອບຄົວ​ນອນ​ໃນ​ເປົ້າໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດຂອງ​ທົ່ວ​ປະ​ເທດ​ເວົ້າລວມ, ​ໃນ​ນັ້ນມີ ເມືອງ Dong Giang. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ປາດ​ຖະໜາ​ວ່າ ບັນດາຜູ້​​ແທນ​ທີ່ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ເມືອງ Dong Giang ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອວິລະ​ຊົນ​ໃນ​ການ​ປະຕິວັດ, ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮ່ັງມີ​ເຂັ້ມ​ແຂງ.

 

 

ຂ່າວ/ບົດ​ອື່ນ