ທ່ານAntonioGuterresສືບຕໍ່ນຳໜ້າໃນການປ່ອນບັດຄັ້ງທີ4
ທ່ານ Antonio Guterres (ພາບ: THX/TTXVN)
(vovworld) - ວັນທີ 09/09, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປ່ອນບັດລັບຄັ້ງທີ 4 ເພື່ອລົງຄະແນນສຽງໄວ້ວາງໃຈສຳລັບຜູ້ສະໝັກຮັບເລືອກຕັ້ງເປັນເລຂາທິການໃຫຍ່ ສະຫະປະຊາຊາດ ອາຍຸການຕໍ່ໄປ 10 ຄົນ. ທ່ານນາຍົກລັດຖະມົນຕີ ປອກຕູຍການ Antonio Guterres ສືບຕໍ່ນຳໜ້າ ດ້ວຍ 12 ບັດສະໜັບສະໜູນ, 2 ບັດບໍ່ສະໜັບສະໜູນ ແລະ ບັດຂາວ ໜຶ່ງບັດ. ທ່ານ Antonio Guterres ຂຶ້ນກັບພັກສັງຄົມຊາຍກາງ ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ປອດຕູຍການ ນັບແຕ່ປີ 1995 ມາຮອດປີ 2002 ແລະ ຮັບດຳລົງຕຳແໜ່ງ ເປັນນຳຫລວງໃຫຍ່ສະຫະປະຊາຊາດກ່ຽວກັບຊາວລີ້ໄພເຖິງຮອດທ້າຍປີ 2015. ຈັດອັນດັບທີ 2 ແມ່ນທ່ານ Miroslav Lajcak ລັດຖະມົນຕີການຕ່າງປະເທດ ສະໂລວາເກຍ ແລະ ທີ່ 3 ແມ່ນທ່ານ Vuk Jeremic ອະດີດລັດຖະມົນຕີການຕ່າງປະເທດ Serbia.