ທ່ານHtinKyawປະທານາທິບໍດີສະຫະພາບມຽນມາພົບປະທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ
(ການເຈລະຈາລະຫວ່າງ 2 ຝ່າຍ)
(vovworld)- ທີ່ພິທີພົບປະ ກັບປະທານາທິບໍດີສາທາລະນະລັດສະຫະພາບມຽນມາ ໄດ້ດຳເນີນ ໃນຕອນບ່າຍ ວັນທີ 26/10, ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີຫວຽດນາມ ຫງວນຊວນຟຸກ ປາດຖະໜາວ່າ: ຫວຽດນາມ ແລະ ມຽນມາ ຈະພັດທະນາຮອບດ້ານ ແລະ ການພົວພັນນີ້ນັບມື້ນັບກວ້າງເລິກ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ຂອງປະຊາຊົນສອງປະເທດ. ທ່ານ ນາຍົກລັດຖະມົນຕີ ຖືວ່າ: ໃນສະພາບການໂລກມີການຜັນແປຫຼາຍຢ່າງ, ສອງປະເທດຄວນຍູ້ແຮງສົມທົບກັນ ໃນທຸກຂົງເຂດ ທີ່ເປັນທ່າແຮງຂອງແຕ່ລະຝ່າຍ. ທ່ານ ເນັ້ນໜັກວ່າ: ຫວຽດນາມ ມີທ່າໄດ້ປຽບ ໃນການສົ່ງອອກຫຼາຍຢ່າງ, ເປັນຕົ້ນແມ່ນບັນດາຜະລິດຕະພັນກະເສດ, ທ່ານ ນາຍົກລັດຖະມົນຕີ ປາດຖະໜາຢາກ ຮ່ວມມືກັບມຽນມາໃນຂົງເຂດນີ້ຢ່າງແໜ້ນແຟ້ນ.
ສ່ວນ ທ່ານ Htin Kyaw ປະທານາທິບໍດີສາທາລະນະລັດສະຫະພາບມຽນມາ ຢືນຢັນວ່າ: ມຽນມາຊົມເຊີຍຫວຽດນາມ ທີ່ຜັນຂະຫຍາຍບັນດາໂຄງການລົງທຶນລ້ຽງ, ປູກສິນໃນນ້ຳ, ໝາກພິກໄທ, ໝາກມ່ວງຫິມະພານ ຢູ່ ມຽນມາ; ຍູ້ແຮງການຮ່ວມມືດ້ານການທ່ອງທ່ຽວ, ການບິນ…