ທ່ານນາງ ຕ່ອງທິຟ່ອງ ຕ້ອນຮັບປະທານພັນທະມິດ ສສຊ ມິດຕະພາບຍີ່ປູ່ນ - ຫວຽດນາມ
ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ່ອງ ຕ້ອນຮັບປະທານພັນທະມິດ ສສຊ ມິດຕະພາບ
ຍີ່ປູ່ນ - ຫວຽດນາມ
(ພາບ:cpv.org.vn)
|
(vovworld) - ຕອນບ່າຍວັນທີ 19/3, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ່ອງ ໄດ້ໃຫ້ການຕ້ອນຮັບປະທານພັນທະມິດສະມາຊິກສະພາແຫ່ງຊາດ ຍີ່ປູ່ນ - ຫວຽດນາມ Yukio Hatoyama ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ່ອງ ໄດ້ຂອບອົກຂອບໃຈສະພາແຫ່ງຊາດ ແລະ ລັດຖະບານຍີ່ປູ່ນ ສືບຕໍ່ສະຫງວນແຫຼ່ງທຶນໜູນຊ່ວຍພັດທະນາຢ່າງເປັນທາງການ (ຫຼື ODA) ໃຫ້ຫວຽດນາມໃນໄລຍະຜ່ານມາດ້ວຍລະດັບສູງ. ບ້ວງເງິນໜູນຊ່ວຍນີ້ສວມບົດບາດອັນໃຫຍ່ຫຼວງໃນການກໍ່ສ້າງພື້ນຖານໂຄງລ່າງເສດຖະກິດ - ສັງຄົມ, ລົບລ້າງຄວາມອຶດຫິວ - ຫຼຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ່ອງ ຫວັງວ່າ: ໃນໄລຍະທີ່ຈະມາເຖິງ, 2 ຝ່າຍຈະເພີ່ມທະວີການພົວພັນແລກປ່ຽນລະຫວ່າງການນຳຂັ້ນສູງ ແລະ ບັນດາກຳມາທິການຂອງສະພາແຫ່ງຊາດ ກໍຄືບັນດາສະມາຊິກສະພາແຫ່ງຊາດ 2 ປະເທດ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ່ອງ ສະເໜີໃຫ້ 2 ຝ່າຍເພີ່ມທະວີການພົວພັນແລກປ່ຽນທາງການທູດລະຫວ່າງບັນດາສະມາຊິກສະພາແຫ່ງຊາດ ແລະ ປະຊາຊົນ, ພ້ອມທັງປາດຖະໜາວ່າ: ວິສາຫະກິດ ຍີ່ປູ່ນ ລົງທຶນເຂົ້າຫວຽດນາມ ຫຼາຍກ່ວາອີກ, ໂດຍສະເພາະແມ່ນໃນບັນດາຂົງເຂດເຊິ່ງຫວຽດນາມ ພວມມີຄວາມຕ້ອງການຄື: ພະລັງງານ, ຄົມມະນາຄົມ, ສິ່ງແວດລ້ອມ, ສາທາລະນະສຸກ, ການສຶກສາ...