ທ່ານນາງ​ ຕ່ອງ​ທິ​ຟ໊ອງ ຮອງ​ປະ​ທານ​ ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລື​ອກ​ຕັ້ງ​ແຂວງ​ເຊີນ​ລາ

(VOVWORLD) - ທ່ານນາງຕ່ອງທິຟ໊ອງໄດ້ຕອບບາງເນື້ອໃນເຊຶ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ກ່ຽວກັບພື້ນຖານໂຄງລ່າງ, ວຽກງານປະກັນຊີວິດສັງຄົມ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ.
ທ່ານນາງ​ ຕ່ອງ​ທິ​ຟ໊ອງ ຮອງ​ປະ​ທານ​ ​ຜູ້​ປະ​ຈຳ​ການ​ສະ​ພາ​ແຫ່ງ​ຊາດ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລື​ອກ​ຕັ້ງ​ແຂວງ​ເຊີນ​ລາ - ảnh 1ທ່ານນາງ ຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)

ວັນທີ 3 ພຶດສະພາ, ທ່ານນາງ ຕ່ອງທິຟ໊ອງ ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດແຂວງເຊີນລາ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ກ່ອນກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດຊຸດທີ XIV ຢູ່ ຕາແສງ ຮ໊າດລ໊ອດ, ເມືອງ ມາຍເຊີນ, ແຂວງເຊີນລາ.

ຮັບຮູ້ຄວາມຄິດເຫັນ, ຂໍ້ສະເໜີແນະ ຂອງ ຜູ້ມີສິດເລືອກຕັ້ງ. ທ່ານນາງຕ່ອງທິຟ໊ອງ ໄດ້ຕອບບາງເນື້ອໃນເຊຶ່ງຜູ້ມີສິດເລືອກຕັ້ງມີຄວາມສົນໃຈ ກ່ຽວກັບພື້ນຖານໂຄງລ່າງ, ວຽກງານປະກັນຊີວິດສັງຄົມ, ການລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ; ພ້ອມທັງ, ຮັບເອົາບັນດາຂໍ້ສະເໜີແນະທີ່ຍັງເຫຼືອຂອງຜູ້ມີສິດເລືອກຕັ້ງ ແລະ ມອບໝາຍໃຫ້ຄະນະຜູ້ແທນສະພາແຫ່ງຊາດແຂວງ ເຊີນລາ ແຍກປະເພດ, ສົ່ງເຖິງອົງການທີ່ມິສິດອຳນາດເພື່ອພິຈາລະນາ ແລະ ແກ້ໄຂ. ທ່ານນາງ ຕ່ອງທິຟ໊ອງ ປາດຖະໜາວ່າ ທ້ອງຖິ່ນຈະສືບຕໍ່ພະຍາຍາມ, ສູ້ຊົນເສີມຂະຫຍາຍທ່າແຮງ, ມຸ່ງໄປສູ່ເຂດຜະລິດສິນຄ້າລວມສູນຂອງແຂວງເຊີນລາ ແລະ ເຂດທາງທິດຕາເວັນຕົກສ່ຽງເໜືອ.

ຕອບກັບ

ຂ່າວ/ບົດ​ອື່ນ