(vovworld) - ວັນທີ 19/11, ກ່າວຄຳເຫັນທີ່ສຳນັກງານລັດຖະບານ, ທ່ານນາງນາຍົກລັດຖະມົນຕີ ໄທ ຍິງຣັກ ສິນນະວັດ ຢືນຢັນວ່າ ທ່ານນາງບໍ່ຄິດໄລ່ເຖິງຄວາມສາມາດຍຸບເລີກສະພາຕໍ່າ ຫຼື ລາອອກຈາກຕຳແໜ່ງເປັນຜູ້ນຳລັດຖະບານໄທ ນັບທັງເມື່ອຮ່າງກົດໝາຍວ່າດ້ວຍອະໄພຍະໂທດບໍ່ໄດ້ຮັບຜົນ ຫຼື ຄວາມກົດດັ່ນຈາກຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໃນປະຈຸບັນ. ທ່ານນາງຖະແຫຼງວ່າ ລັດຖະບານໃນປະຈຸບັນມີຄວາມສາມາດຢ່າງພຽງພໍເພື່ອບໍລິຫານປະເທດຊາດ ແລະ ຖືວ່າບັນດາການປ່ຽນແປງທີ່ບໍ່ເໝາະສົມຈະສົ່ງຜົນສະທ້ອນບໍ່ດີເຖິງການເຄື່ອນໄຫວຕ່າງໆຂອງລັດຖະບານ ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ປະເທດຊາດ. ທ່ານນາງນາຍົກລັດຖະມົນຕີໄທ ຮຽກຮ້ອງໃຫ້ທຸກຝ່າຍຈົ່ງລະງັບໃຈ, ເຄົາລົບກົດໝາຍ ແລະ ຕ້ອງຮັບປະກັນວ່າບັນດາຂະບວນການ, ນັບທັງການສະໜັບສະໜູນ ຫຼື ຄັດຄ້ານລັດຖະບານທີ່ໄດ້ຮັບການເລືອກຕັ້ງຂອງທ່ານນາງ ຈະດຳເນີນໄປຢ່າງເໝາະສົມ ແລະ ສັນຕິພາບ.