ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຈລະຈາກັບທ່ານປະທານສະພາສູງໂຮນລັງ

(VOVWORLD) -ທີ່ສຳນັກງານຂອງສະພາສູງໂຮນລັງຢູ່ນະຄອນ The Hague, ວັນທີ 27 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຈລະຈາກັບທ່ານນາງປະທານສະພາສູງໂຮນລັງ  Ankie Broekers – Knol
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຈລະຈາກັບທ່ານປະທານສະພາສູງໂຮນລັງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຈລະຈາກັບທ່ານປະທານສະພາຕ່ຳໂຮນລັງ 

 ປຶກສາຫາລືກ່ຽວກັບການພົວພັນລະຫວ່າງອົງການນິຕິບັນຍັດສອງປະເທດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີໃຫ້ສອງຝ່າຍສືບຕໍ່ແລກປ່ຽນຄະນະຜູ້ແທນ ທຸກຂັ້ນເພື່ອແນໃສ່ເພີ່ມທະວີຄວາມຮັບຮູ້ ແລະຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ.

        ກ່ຽວກັບການພົວພັນທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງຫວຽດນາມ - ໂຮນລັງ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນຫວັງວ່າ ສອງຝ່າຍຈະສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື:  ການທ່ອງທ່ຽວ, ການຄົມມະນາຄົມຂົນສົ່ງ, ການສຶກສາ - ບຳລຸງສ້າງ ແລະ ອື່ນໆ.

        ທີ່ການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ກໍໄດ້ສະແດງຄວາມປາດຖະໜາ ຢາກໃຫ້ໂຮນລັງອອກສຽງສະໜັບສະໜູນບັນຫາທະເລຕາເວັນອອກ, ບັນດາບັນຫາການຂັດແຍ້ງຄວນໄດ້ຮັບການແກ້ໄຂດ້ວຍສັນຕິວິທີ; ເຄົາລົບ ແລະປະຕິບັດກົດໝາຍສາກົນຢ່າງເຂັ້ມງວດ, ໂດຍສະເພາະແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982, ກໍຄືຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC).

        ໃນວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນນຳໄດ້ໄປຢ້ຽມຢາມສະຖາບັນ Deltares ທີ່ນະຄອນ Delft, ໂຮນລັງ.

ຕອບກັບ

ຂ່າວ/ບົດ​ອື່ນ