ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເຕີຍນິງ
(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ແມ່ຕູ້ ຫງວຽນທິເທື່ອ, ເຊິ່ງເປັນແມ່ຫວຽດນາມວິລະຊົນ ຢູ່ເທດສະບານເມືອງ ເຕີນບຽນ, ເມືອງ ເຕີນບຽນ ແລະ ທ່ານຟານວັນດຽນ - ນັກຮົບວິລະຊົນກໍາລັງປະກອບອາວຸດ ຢູ່ຕາແສງ 1, ນະຄອນ ເຕີຍນິງ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຂົ້າຮ່ວມພິທີໄວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເຕີຍນິງ (ພາບ: VOV)
|
ຕອນເຊົ້າວັນທີ 23 ກໍລະກົດ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດ, ເມືອງ ເຕີນບຽນ, ແຂວງເຕີຍນິງ, ອໍານາດການປົກຄອງແຂວງ ເຕີຍນິງ ໄດ້ຈັດຕັ້ງການເຄື່ອນໄຫວສະແດຄວາມຮູ້ບຸນຄຸນເພື່ອຂໍ່ານັບຮັບຕ້ອນວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ຄົບຮອບ 72 ປີ; ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີີວິດໃນປາງສົງຄາມຢູ່ ກໍາປູເຈຍ ກັບເມືອບ້ານເກີດເມືອງນອນ ໂດຍມີການເຂົ້າຮ່ວມຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານຂອງສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ. ຫວ່າງມໍ່ໆມານີ້, ແຂວງ ເຕີຍນິງ ສືບຕໍ່ໄດ້ທ້ອນໂຮມອັດຖິຂອງນັກຮົບເສຍສະຫຼະຊີວິດເພື່ອຊາດໄດ້ 245 ອັດຖິ, ໃນນັ້ນມີ 239 ອັດຖິ ຖືກທ້ອນໂຮມມາຈາກ ກໍາປູເຈຍ ແລະ 6 ຊຸດ ຖືກທ້ອນໂຮມຈາກສະຖານທີ່ຕ່າງໆພາຍໃນແຂວງ.
ແລະກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ແມ່ຕູ້ ຫງວຽນທິເທື່ອ, ເຊິ່ງເປັນແມ່ຫວຽດນາມວິລະຊົນ ຢູ່ເທດສະບານເມືອງ ເຕີນບຽນ, ເມືອງ ເຕີນບຽນ ແລະ ທ່ານຟານວັນດຽນ - ນັກຮົບວິລະຊົນກໍາລັງປະກອບອາວຸດ ຢູ່ຕາແສງ 1, ນະຄອນ ເຕີຍນິງ. ນອກຈາກນັ້ນ, ທ່ານນາງກໍໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານແຫ່ງຊາດພິເສດສູນກາງກົມພາກໃຕ້.
ໃນຂອບເຂດການຢ້ຽມຢາມ ແລະ ເຂົ້າຮ່ວມພິທີໄວ້ອາໄລ ແລະ ປົງອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ແຂວງ ເຕີຍນິງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຮັດວຽກກັບການນໍາຫຼັກແຫຼ່ງແຂວງ ເຕີຍນິງ ກ່ຽວກັບໝາກຜົນການປະຕິບັດໜ້າທີ່ການເມືອງໄລຍະ 6 ເດືອນຕົ້ນປີ ແລະ ໜ້າທີ່ວຽກງານ 6 ເດືອນທ້າຍປີ 2019.