ທ່ານນາງຮອງປະທານປະເທດ ຫວຽດນາມ ມອບທຶນສຶກສາ ໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ

ທ່ານນາງຮອງປະທານປະເທດ ຫວຽດນາມ ມອບທຶນສຶກສາ   ໃຫ້ແກ່ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ - ảnh 1
ພາບປະກອບ: internet

(vovworld) - ວັນ​ທີ 15/9, ກອງ​ທຶນ​ປົກ​ປ້ອງ​ເດັກນ້ອຍ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ໂຄງການ​ມອບ​ທຶນ​ສຶກສາ​ໃຫ້​ແກ່​ເດັກ​ນ້ອຍ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຢູ່​ແຂວງ Yen Bai. ທ່າ​ນນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan, ປະທານ​ສະພາ​ປົກ​ປ້ອງ​ກອງ​ທຶນ​ດັ່ງກ່າວ​ໄດ້​ເຂົ້າ​ຮ່ວມ ​ແລະ ມອບ​ທຶນ​ສຶກສາ​ໃຫ້​ແກ່​ນັກ​ຮຽນ​ເກືອບ 190 ຄົນ ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ຢູ່​ເຂດ​ພູດ​ອຍ, ​ເຂດ​ຫ່າງ​ໄກ​ສອກຫລີກ. ທ່າ​ນນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ຕີ​ລາຄາ​ສູງ​ບັນດາ​ຜົນງານ​ບັນລຸ​ໄດ້ໃນ​ວຽກ​ງານ​ເບິ່ງ​ແຍງ ​ແລະ ສຶກສາ​ເດັກນ້ອຍ​ຂອງ​ແຂວງ Yen Bai ​ໃນ​ໄລຍະ​ຜ່ານ​ມາ. ທ່າ​ນນາງ​ຮອງ​ປະທານ​ປະ​ເທດ ສ​ະ​ເຫ​ນີວ່າ:

        “ການ​ນຳ​ແຂວງ Yen Bai ສືບ​ຕໍ່​ຊີ້ີ້ນຳ​ການ​ປະຕິບັດ​ບາດກ້າວ​ບຸກທະລຸ​ໃນ​ການ​ພັດທະນາ​ແຫ​ລ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ສຸມ​ໃສ່​ໃຫ້​ແກ່​ການ​ສຶກສາ​ບຳລຸງ​ສ້າງ.  ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ​ແຂວງ Yen Bai  ຈະ​ມານະ​ພະຍາຍາມ​​ເຮັດ​ໃຫ້​ພາລະກິດ​ແຫ່ງ​ການ​ສຶກສາ​ບຳລຸງ​ສ້າງ​ຂອງ​ແຂວງ Yen Bai ພັດທະນາ​ກວ່າ​ອີກ.”

 

ຂ່າວ/ບົດ​ອື່ນ