ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ
ພົບປະກັບຄະນະຊາວຫນຸ່ມ, ເຍົາວະຊົນຊາວຊົນເຜົ່າດີເດັ່ນຢູ່ແຂວງລາວກາຍ
ພາບ:TTXVN
|
(vovworld)- ກ່າວຄຳເຫັນທີ່ການພົບປະກັບຄະນະຊາວຫນຸ່ມ, ເຍົາວະຊົນຊາວຊົນເຜົ່າດີເດັ່ນຢູ່ແຂວງລາວກາຍ ເຊິ່ງດຳເນີນໃນຕອນບ່າຍວັນທີ 29/8 ຢູ່ ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໃຫ້ຮູ້ວ່າ: ພັກ, ລັດ ໄດ້ມີຫລາຍລາຍການເບິ່ງແຍງໃຫ້ຊາວເຜົ່າສ່ວນຫນ້ອຍຄື: ກໍ່ສ້າງເສັ້ນທາງ, ໂຮງຮຽນ, ເຮືອນຢູ່, ຫນູນຊ່ວຍທີ່ດິນປຸກສ້າງເຮືອນ, ນ້ຳສະອາດ, ຫນູນຊ່ວຍໃຫ້ນັກຮຽນຊົນເຜົ່າ, ບຸລິມະສິດບຳລຸງສ້າງພະນັກງານຊາວຊົນເຜົ່າ. ທ່ານນາງຮອງປະທານປະເທດ ປາດຖະຫນາວ່າ ຊາວຫນຸ່ມ, ເຍົາວະຊົນ ຊາວຊົນເຜົ່າດີເດັ່ນ ມານະພະຍາຍາມຮ່ຳຮຽນ, ປະກອບກຳລັງເຫື່ອແຮງໃນການສ້າງສາປະເທດຊາດໃຫ້ຮັ່ງມີສວຍງາມກວ່າຄືດັ່ງຄວາມມຸ້ງຫວັງຂອງປະທານໂຮ່ຈິມີນ. ທ່ານນາງຮອງປະທານປະເທດສະເຫນີ ແຂວງ ລາວກາຍ ຄວນເອົາໃຈໃສ່ເຖິງການສຶກສາຄຸນສົມບັດ, ແບບແຜນການດຳລົງຊີວິດໃຫ້ລຸ້ນຫນຸ່ມ, ສ້າງທຸກເງື່ອນໄຂເພື່ອໃຫ້ພວກນ້ອງເຂົ້າຮ່ວມການເຄື່ອນໄຫວຕ່າງໆຂອງຄະນະຊາວຫນຸ່ມ, ເຍົາວະຊົນ, ສ້າງສະພາບແວດລ້ອມໃຫ້ພວກນ້ອງສູ້ຊົນທຸກຄົນລ້ວນແຕ່ໄດ້ໄປໂຮງຮຽນ. ແຂວງລາວກາຍ ຄວນສຸມໃສ່ພັດທະນາເສດຖະກິດເພື່ອໃຫ້ມີແຫລ່ງກຳລັງຕື່ມອີກແນໃສ່ກໍ່ສ້າງເສັ້ນທາງ, ໂຮງຮຽນ ແລະ ເບິ່ງແຍງດູແລໃຫ້ປະຊາຊົນມີຊີວິດດີກວ່າ.