ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 24 ຫາວັນທີ 26 ສິງຫາ
(VOVWORLD) -ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະເດີນທາງມາຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 24 – 26 ສິງຫາ ປີ 2021.
ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris (ພາບ: TTXVN) |
ວັນທີ 23 ສິງຫາ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການສື່ມວນຊົນ ໂດຍໃຫ້ຮູ້ວ່າ: ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris ຈະເດີນທາງມາຢ້ຽມຢາມ ຫວຽດນາມ ນັບແຕ່ວັນທີ 24 – 26 ສິງຫາ ປີ 2021, ຕາມຄຳເຊື້ອເຊີນຂອງທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ.
ກ່ອນໜ້ານັ້ນ, ໃນກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ສິງຫາ, ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງຕ່າງໆຂອງການນຳຂັ້ນສູງ ແລະ ການເຄື່ອນໄຫວພົບປະແລກປ່ຽນລະຫວ່າງຄະນະຜູ້ແທນຂັ້ນສູງສອງປະເທດ ຕ່າງກໍເພື່ອແນໃສ່ເຮັດໃຫ້ສາຍພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.