( vovworld ) – ໃນຂອບເຂດລາຍການເຂົ້າຮ່ວມກອງປະຊຸມຂັ້ນສູງແມ່ຂອງ - ຍີ່ປຸ່ນ ຄັ້ງທີ 4 ເຊິ່ງດຳເນີນໄປຢູ່ ໂຕກ່ຽວ, ປະເທດຍີ່ປຸ່ນ, ຕອນເຊົ້າວັນທີ 20/4, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ດຳເນີນການພົບປະທີ່ສຳຄັນກັບບັນດານັກການເມືອງ, ກຸ່ມບໍລິສັດ, ອົງການເສດຖະກິດໃຫຍ່ຕ່າງໆຂອງຍີ່ປຸ່ນ ເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ. ໃນການຕ້ອນຮັບທ່ານອະດີດນາຍົກລັດຖະມົນຕີຍີ່ປຸ່ນ Yukio Hatoyama ແລະ ບັນດາສະມາຊິກສະພາຂອງ ສະຫະພັນສະມາຊິກສະພາມິດຕະພາບຍີ່ປຸ່ນ - ຫວຽດນາມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ; ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືກັບຍີ່ປຸ່ນ ເຊິ່ງແມ່ນຄູ່ຮ່ວມມືສຳຄັນອັນດັບໜື່ງຂອງຫວຽດນາມ ກວ່າອີກ, ພິເສດແມ່ນບັນດາຂົງເຂດຍຸດທະສາດຄື ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ສ້າງສຳເລັດກົນໄກເສດຖະກິດການຕະຫຼາດ, ພັດທະນາພື້ນຖານໂຄງລ່າງ… ທ່ານອະດີດນາຍົກລັດຖະມົນຕີ ແລະ ບັນດາສະມາຊິກສະພາ ເຊື້ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງຫວຽດນາມ - ຍີ່ປຸ່ນ ສືບຕໍ່ໄດ້ຮັບການພັດທະນາຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ໂດຍສະເພາະແມ່ນຜັນຂະຫຍາຍບັນດາໂຄງການໃຫຍ່ເຊິ່ງສອງຝ່າຍໄດ້ຕົກລົງນຳກັນຢ່າງມີປະສິດທິຜົນ, ພ້ອມກັນນັ້ນກໍຢືນຢັນສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ ແລະ ການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດເວົ້າສະເພາະຢ່າງຕັ້ງໜ້າ .
ໃນຕອນເຊົ້າວັນດຽວກັນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ໃຫ້ການຕ້ອນຮັບການນຳທະນາຄານສາກົນຍີ່ປຸ່ນ, ປະທານຫ້ອງການການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ, ປະທານອົງການພົວພັນຕ່າງປະເທດປະຊາຊົນຍີ່ປຸ່ນ ແລະ ປະທານອົງການຮ່ວມມືສາກົນຍີ່ປຸ່ນ.
ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ຢູ່ວັງຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ພ້ອມກັບຫົວໜ້າບັນດາປະເທດເຂດລຸ່ມແມ່ນນ້ຳຂອງຄື; ກຳປຸເຈຍ, ລາວ, ມ້ຽນມາ, ໄທ ເຂົ້າຮ່ວມງານດື່ມນ້ຳຊາໂດຍເຈົ້າຈັດກະພັດຍີ່ປຸ່ນ Akihito ເປັນເຈົ້າພາບ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ເນັ້ນໜັກວ່າ, ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ ພັດທະນາຢ່າງດີງາມ, ໂດຍສະເພາະແມ່ນໃນໄລຍະທີ່ສອງປະເທດຍົກສູງການພົວພັນຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດ. ຫວຽດນາມ ແລະ ຍີ່ປຸ່ນ ໄດ້ເຫັນດີເລືອກເອົາປີ 2013 ເປັນປີມິດຕະພາບຫວຽດນາມ - ຍີ່ປຸ່ນ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດ.
ໃນຕອນຄໍ່າວັດດຽວກັນ, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Yoshihiki Noda ໄດ້ຈັດງານລ້ຽງຮັບຮອງທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ຫົວໜ້າຄະນະຜູ້ແທນບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ຍີ່ປຸ່ນ ຄັ້ງທີ 4.