ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມຂັ້ນສູງແມ່ຂອງ - ຍີ່ປຸ່ນ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ເຂົ້າຮ່ວມກອງປະຊຸມຂັ້ນສູງແມ່ຂອງ - ຍີ່ປຸ່ນ  - ảnh 1
( ພາບປະກອບ )

(vovworld) - ໂດຍ​ຮັບ​ຄຳ​​ເຊື້ອເຊີນຂອງ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda, ວັນ​ທີ 19/4, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເດີນທາງ​ອອກ​ຈາກ​ຮ່າ​ໂນ້ຍ​ ໄປ​ໂຕ​ກຽວ, ປະ​ເທດ​ຍີ່ປຸ່ນ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​​ແມ່​ຂອງ - ຍີ່ປຸ່ນ ຄັ້ງ​ທີ 4 ​ເຊິ່ງດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 20 ​ແລະ 21/4. ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ​ແມ່​ນ້ຳຂອງ ​ແລະ ຍີ່ປຸ່ນ​ຈະ​ປຶກສາ​ຫາລື​ຍຸດ​ທະ​ສາດ​ໂຕ​ກຽວ ​ເພື່ອ​ແທນ​ໃຫ້​ຖະ​ແຫຼ​ງການ​ໂຕ​ກຽວ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​​ແມ່​ຂອງ - ຍີ່ປຸ່ນ ຄັ້ງ​ທຳ​ອິດ. ​ເນື້ອ​ໃນ​ຈຸດ​ສຸມ​ຂອງຍຸດ​ທະ​ສາດ​ໂຕ​ກຽວ, ແມ່ນ​ເພີ່ມ​ທະວີ​ລັກສະນະ​ເຊື່ອມ​ຈອດ​ຂອງ​ອະນຸ​ພາກ​ພື້ນ, ຮ່ວມ​ມື​ພ້ອມ​ກັນ​ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ​ກັບ​ຍີ່ປຸ່ນ, ພ້ອມ​ທັງ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂຶ້ນ​ຕື່ມ, ຮັບປະກັນ​ຄວາມ​ໝັ້ນຄົງ​ຂອງ​ມະນຸດ​ກໍ່​ຄື​ສິ່ງ​ແວດ​ລ້ອມ. ​ແລະ ​ກໍ່​ຢູ່​ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ມີ​ບົດ​ປາ​​ໄສ​ສຳຄັນກ່ຽວ​ກັບ​ທິດ​ທາງ​ຮ່ວມ​ມື​ກໍ່​ຄື​ບັນດາ​ບຸລິ​ມາ​ສິດ​​ຂອງ​ຫວຽດນາມ​ ໃນ​ຂອບ​ເຂດ​ການ​ຮ່ວມ​ມື​ແມ່​ຂອງ - ຍີ່ປຸ່ນ, ​ໃນ​ນັ້ນ​ມີ​ບັນຫາ​ຄຸ້ມ​ຄອງ​ ແລະ​ ນຳ​ໃຊ້​ແຫຼ່ງນ້ຳ​ແມ່​ຂອງ​ຢ່າງ​ໝັ້ນຄົງ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ່​ຈະ​ມີ​ການ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງລັດຖະບານ​ຍີ່ປຸ່ນ, ບັນດາ​ກຸ່ມ​ບໍລິສັດ, ອົງການ​ເສດຖະກິດ​ໃຫຍ່​ຂອງ​ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃນ​ເຊິ່ງກັນ​ແລະ​ກັນ ​ແລະ ຍູ້​ແຮງ​ການ​ພົວພັນ​ຄູ່ຮ່ວມ​ມືຍຸດ​ທະ​ສາດ​ຫວຽດນາມ - ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ເລິກ​ເຊິ່ງ, ​ແທດ​ຈິງ ​ແລະ ​ມີ​ປະສິດທິ​ຜົນ.

ຂ່າວ/ບົດ​ອື່ນ