(vovworld) - ຕອນບ່າຍວັນທີ 12/10, ທ່ານນາຍົກລັດຖະມົນຕີຈີນຫຼີເຄີຊຽງ ໄດ້ໄປນະຄອນຫຼວງມົດກູ, ເລີ່ມຕົ້ນການຢ້ຽມຢາມສະຫະພັນລັດເຊຍຢ່າງເປັນທາງການ. ຕາມແຜນການ, ທ່ານຫຼີເຄີຊຽງ ຈະເຂົ້າຮ່ວມກອງປະຊຸມນັດສາມັນຂັ້ນນາຍົກລັດຖະມົນຕີຄັ້ງທີ 19 ລະຫວ່າງ 2 ປະເທດກັບຜູ້ຮ່ວມຕຳແໜ່ງລັດເຊຍ Dmitry Medvedev. ຄາດວ່າ, 2 ຝ່າຍຈະລົງນາມຂໍ້ຕົກລົງ ແລະ ສັນຍາຮ່ວມມື ເກືອບ 50 ສະບັບ ໃນບັນດາຂົງເຂດພະລັງງານ, ເສັ້ນທາງລົດໄຟຄວາມໄວສູງ ແລະ ການເງິນ. ການຢ້ຽມຢາມລັດເຊຍເປັນເວລາ 3 ວັນຂອງທ່ານນາຍົກລັດຖະມົນຕີຫຼີເຄີຊຽງ ຈະສ້າງກຳລັງໜູນໃໝ່ໃນການພົວພັນຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ 2 ປະເທດ. ກ່ອນທີ່ຈະໄປລັດເຊຍ, ທ່ານນາຍົກລັດຖະມົນຕີຫຼີເຄີຊຽງ ຈະຢ້ຽມຢາມເຢຍລະມັນ. ພາຍຫຼັງຢ້ຽມຢາມລັດເຊຍທ່ານຈະໄປຢ້ຽມຢາມອີຕາລີ.