ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Ignazio Cassis

(VOVWORLD) -ການນຳສອງທ່ານໄດ້ແລກປ່ຽນທິດນຳ ແລະ ເຫັນດີເປັນເອກະພາບ ທັດສະນະ ເພື່ອຍົກສູງການພົວພັນລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ສຸມໃສ່ການຮ່ວມມືພັດທະນາແບບຍືນຍົງ, ການບໍລິຫານທັນສະໄໝ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ, ທຸກສິ່ງທຸກຢ່າງເພື່ອຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ວິດ Ignazio Cassis - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis (ພາບ: VGP)

ຕອນບ່າຍວັນທີ 5 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ, ລັດຖະມົນຕີກະຊວງການຕ່າງປະເທດ ສະວິດ Ignazio Cassis ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ສະວິດ.

ການນຳສອງທ່ານໄດ້ແລກປ່ຽນທິດນຳ ແລະ ເຫັນດີເປັນເອກະພາບ ທັດສະນະ ເພື່ອຍົກສູງການພົວພັນລະຫວ່າງສອງປະເທດ ໃນໄລຍະຈະມາເຖິງ, ສຸມໃສ່ການຮ່ວມມືພັດທະນາແບບຍືນຍົງ, ການບໍລິຫານທັນສະໄໝ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ, ທຸກສິ່ງທຸກຢ່າງເພື່ອຊີວິດການເປັນຢູ່ຂອງປະຊາຊົນ.

ທ່ານຮອງປະທານາທິບໍດີ Ignazio Cassis ແຈ້ງໃຫ້ຊາບວ່າ ລັດຖະບານ ສະວິດໄດ້ຕົກລົງອຸປະຖຳໂດຍດ່ວນໃຫ້ແກ່ ຫວຽດນາມ ຊຸດກວດຫາເຊື້ອໂຄວິດ - 19 500.000 ຊຸດ, ຜ້າອັດປາກດັງ 300.000 ອັນ, ເຄື່ອງຊ່ວຍຫາຍໃຈ 30 ເຄື່ອງ ແລະ ອຸປະກອນການແພດຕ່າງໆ ຈຳນວນໜຶ່ງ.

ທ່ານຟ້າມມິງຈິງໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການໜູນຊ່ວຍອັນລ້ຳຄ່າ ແລະ ທັນການຂອງ ລັດຖະບານສະວິດ, ພ້ອມທັງສະເໜີໃຫ້ ສະວິດຕັ້ງໜ້າໜູນຊ່ວຍ ຫວຽດນາມ ສຳຜັດກັບແຫຼ່ງວັກຊິນກັນໂຄວິດ - 19 ຫຼາຍທີ່ສຸດ, ໄວທີ່ສຸດເທົ່າທີ່ຈະໄວໄດ້, ພິເສດແມ່ນຊຸກຍູ້ການຮ່ວມມືຖ່າຍທອດເຕັກໂນໂລຢີ, ຜະລິດການຢາ, ໃນນັ້ນມີວັກຊັກກັນໂຄວິດ - 19 ແລະ ຢາປິ່ນປົວໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ