ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກຢູ່ແຂວງ ຈາວີງ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມ
ສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວແຂວງ ຈາວີງ ປີ 2017
(vovworld) - ຕອນເຊົ້າວັນທີ 24/04 ຢູ່ແຂວງ ຈາວີງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວແຂວງ ຈາວີງ ປີ 2017. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕີລາຄາ ຈາວີງ ແມ່ນເຂດດິນແດນທີ່ອຸດົມຮັ່ງມີ, ມີຄວາມສາມາດບົ່ມຊ້ອນພັດທະນາຫລາຍຢ່າງ. ທ່ານນາຍົກລັດຖະມົນຕີຫວັງວ່າ ຈາວີງ ຈະກາຍເປັນສູນການຄ້າໃໝ່ຂອງພາກໃຕ້ ແລະ ທົ່ວປະເທດ, ເປັນຈຸດສຸມການຜະລິດປຸງແຕ່ງສິນໃນນ້ຳ, ແມ່ນພື້ນຖານກະສິກຳທີ່ມີມູນຄ່າສູງ ມີຄວາມສາມາດເຂົ້າຮ່ວມ ລະບົບມູນຄ່າຜະລິດພາຍໃນປະເທດ ແລະ ສາກົນ. ທ່ານນາຍົກລັດຖະມົນຕີ ຮຽກຮ້ອງແຂວງ ຈາວີງ ຄວນກໍ່ສ້າງຮູບແບບຮ່ວມກັນພັດທະນາເສດຖະກິດສັງຄົມແບບຍືນຍົງ; ວາງແຜນຜັງບັນດາເຂດອຸດສາຫະກຳຄືນໃໝ່ ຕາມທິດອຸດສາຫະກຳຮັບໃຊ້ກະສິກຳ, ອຸດສາຫະກຳປຸງແຕ່ງສິນໃນນ້ຳ, ສິ່ງສຳຄັນທີ່ສຸດ ແມ່ນຕ້ອງຮ່ວມສຳພັນລະບົບມູນຄ່າ, ພັດທະນາຕາມຈິນຕະນາການກຸ່ມຂະແໜງ, ສ້າງບັນດາເຄື່ອງໝາຍການຄ້າຕິດພັນກັບທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ຖືວ່າ:
“ຊາວກະສິກອນຢາກຮັ່ງມີຢູ່ບ້ານເກີດເມືອງນອນຂອງຕົນ ຢ່າງແທ້ຈິງແມ່ນຕ້ອງມີຈິນຕະນາການບຸກທະລຸ. ຊາວກະສິກອນສາມາດປະກອບກຳລັງແຮງ ຫຼື ປະກອບທຶນດ້ວຍໄຮ່ນາທີ່ຕົນພວມມີສິດປູກຝັງ ເພື່ອພ້ອມກັບບັນດານັກລົງທຶນ ສ້າງເປັນວິສາຫະກິດທີ່ເຄື່ອນໄຫວຕາມກົດໝາຍ. ຊາວກະສິກອນມີສິດກັບດິນແດນຂອງຕົນ ເຂົາເຈົ້າສາມາດປະກອບທຶນປະກອບກຳລັງແຮງ, ໃຫ້ເຊົ່າ ແລະ ບັນດາຮູບການທີ່ເໝາະສົມຕາມກົດໝາຍ ເພື່ອມີເນື້ອທີ່ດິນກ້ວາງກ່ວາ, ມີຂອບຂະໜາດໃຫຍ່ກ່ວາ ເພື່ອພັດທະນາການຜະລິດເປັນສິນຄ້າ. ຫລາຍທ້ອງຖິ່ນຂອງ ຫວຽດນາມ ໄດ້ນຳໃຊ້ຮູບແບບນີ້ສຳເລັດຜົນ. ຢູ່ແຂວງ ຮ່ານາມ ແລະ ທາຍບີງ ແລະ ບ່ອນອື່ນໆໄດ້ສຳເລັດຜົນ. ຂ້າພະເຈົ້າເຊື່ອວ່າ ຈາວີງ ກໍ່ຈະເຮັດໄດ້ຄືແນວນັ້ນ ຖ້າຫາກພວກເຮົາ ມີນັກລົງທຶນຜະລິດໃຫຍ່ໃນຂົງເຂດກະສິກຳ, ພິເສດແມ່ນລ້ຽງກຸ້ງ, ປູກເຂົ້ານາທາມຢູ່ ຈາວີງ”.