ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ ໃຫ້​ການ​ຕ້ອນ​ຮັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນິ​ກາ​ຣາ​ກົວ

(VOVWORLD) -ຕອນບ່າຍວັນທີ 6 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ Denis Ronaldo Moncada Colindre, ລັດຖະມົນຕີການຕ່າງປະເທດ ນິກາຣາກົວທີ່ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ທ່າ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ ໃຫ້​ການ​ຕ້ອນ​ຮັບ​ທ່ານ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ນິ​ກາ​ຣາ​ກົວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໃຫ້ການຕ້ອນຮັບທ່ານ Denis Ronaldo Moncada Colindre ລັດຖະມົນຕີການຕ່າງປະເທດ ນິກາຣາກົວ (ພາບ: TTXVN) 

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມສົນທະນາລະຫວ່າງ ທ່ານລັດຖະມົນຕີ ກັບ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ເຊິ່ງໄດ້ປະກອບສ່ວນສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ. ທ່ານນາຍົກລັດຖະມົນຕີ ເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງໜ້າປະຫວັດສາດໃຫມ່ໃນການພົວພັນລະຫວ່າງສອງປະເທດ.

        ສ່ວນທ່ານ Denis Ronaldo Moncada Colindre ເນັ້ນໜັ້ກວ່າ ການຢ້ຽມຢາມຫວຽດນາມຄັ້ງນີ້ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນໃນການແລກປ່ຽນເສດຖະກິດ, ການຄ້າ ແລະ ການລົງທຶນກໍ່ຄືເປີດອອກຫຼາຍຂົງເຂດການຮ່ວມມືລະຫວ່າງສອງປະເທດ. ທ່ານລັດຖະມົນຕີ ຢັ້ງຢືນວ່າ ນິກາຣາກົວມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືຢ່າງແຮງກັບ ຫວຽດນາມ, ເປັນຕົ້ນແມ່ນການຍາດແຍ່ງບັນດາທ່າແຮງຂອງສອງຝ່າຍເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ