ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຫາກໍ່ອະນຸມັດຜ່ານແຜນຮ່າງນຳໃຊ້ແຫຼ່ງທຶນ ODA

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຫາກໍ່ອະນຸມັດຜ່ານແຜນຮ່າງນຳໃຊ້ແຫຼ່ງທຶນ ODA - ảnh 1

ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຫາ​ກໍ່​ອະນຸມັດ​ຜ່ານ​ແຜນ​ຮ່າງ “ ກຳນົດ​ທິດດຶງດູດ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງທຶນ ODA ​ແລະ ບັນດາ​ບ້ວງ​ເງິນ​ກູ້​ຢືມພິ​ເສດອື່ນໆຂອງ​ບັນດາ​ນັກ​ອຸປະຖຳໄລຍະ 2011 - 2015”. ນີ້​ແມ່ນ​ເອກະສານ​ສະ​ແດງ​ໃຫ້​ເຫັນ​​ນະ​ໂຍບາຍ​ຂອງ​ລັດຖະບານ​ເພື່ອ​ຫັນ​​ເປັນ​ລະອຽດແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ ​ແລະ ລັດ ​ໃນ​ການ​ດຶງ​ດູດ, ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ແຫຼ່ງທຶນ ODA ​ແລະ ທຶນ​ກູ້​ຢືມ​ຂອງບັນດາ​ນັກ​ອຸປະຖຳອື່ນໆ​ໃນ​ສະພາບ​ການ​ໃໝ່​ເມື່ອຫວຽ​ດນາມ​ກ່າຍ​ເປັນ​ປະ​ເທດ​ພວມ​ພັດທະນາ​ທີ່ມີ​ລາຍຮັບສະ​ເລ່ຍຕໍ່າ. ​ແຜງຣ່າງມີ 3 ພາກສ່ວນ, ​ເພື່ອ​ແນ​ໃສ່​ດຶງ​ດູດ ​ແລະ​ຍົກ​ສູງ​ປະສິດທິ​ຜົນ​​ແຫ່ງ​ການ​ນຳ​ໃຊ້ແຫຼ່ງທຶນ​ເຫຼົ່ານັ້ນ​ຢ່າງ​ມີ​ປະສິດທິ​ຜົນ, ​ເພື່ອ​ໜູນ​ຊ່ວຍ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ເສດ​ທະ​ກິດ​ໃນ​ໄລຍະ 10 ປີ 2011-2020, ກ່ອນ​ອື່ນ​ໝົດ ​ແມ່ນ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ໄລຍະ 5 ປີ (2011-2015).
ຂ່າວ/ບົດ​ອື່ນ