ວັນທີ 27/1, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ໋ງ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດພະນັກງານ, ນັກຮົບກອງພັນ 207 ຂຶ້ນກັບກອງບັນຊາການທະຫານ ແຂວງ ກຽນຢາງ ຊື່ງແມ່ນຫົວຫນ່ວຍທີ່ທ່ານນາຍົກລັດຖະມົນຕີໄດ້ເຂົ້າຮ່ວມການຕໍ່ຕ້ານ. ທ່ານ ຫງວຽນເຕີນຢູ໋ງ ຖືວ່າ ເພື່ອມີຄວາມສັນຕິພາບ, ເສລິພາບຄືວັນນີ້ ປະຊາຊົນຫວຽດນາມ ໄດ້ເສຍເລືອດເນື້ອຢ່າງຫລວງຫລາຍ ສະເພາະກອງພັນ 207 ວິລະຊົນນີ້ ກໍມີພະນັກງານ, ນັກຮົບກວ່າ 1 ພັນຄົນໄດ້ເສຍສະຫລະຊີວິດເພື່ອພາລະກິດປະຕິວັດ, ປົດປ່ອຍຊາດ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູງໄດ້ເນັ້ນຫນັກວ່າ: ພະນັກງານ, ນັກຮົບກອງພັນ 207 ຈົ່ງເສີມຂະຫຍາຍມູນເຊື້ອຂອງຫົວຫນ່ວຍວິລະຊົນ, ຍາມໃດກໍຕ້ອງສົມກັບຄວາມໄວ້ເນື້ອເຊ່ືອໃຈຂອງພັກ ແລະ ປະຊາຊົນ. ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນປະຈຸບັນ, ພະນັກງານ ນັກຮົບກອງພັນ 207 ຕ້ອງອອກແຮງຮຳ່ຮຽນ, ຝຶກຝົນຫລໍ່ຫລອມ, ປະຕິບັດຫນ້າທີ່ອົບຮົມກຽມພ້ອມການສູ້ຮົບເປັນຢ່າງດີ.